ຫວຽດນາມເພີ່ມທະວີການກວດກາຜູ້ໂດຍສານ,ພາຫະນະຜ່ານດ່ານຊາຍແດນ
ເພີ່ມທະວີການປ້ອງກັນແລະຕ້ານໂລກໄຂ້ຫວັດສັດປິກ
ພາບ:internet
|
(vovworld) - ໂດຍປະຕິບັດຈົດໝາຍທາງການຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ, ບັນດາທ້ອງຖິ່ນພວມຈັດຕັ້ງປ້ອມກວດກາຢ່າງເຂັ້ມງວດຢູ່ບັນດາດ່ານຊາຍແດນ, ເສັ້ນຊາຍແດນເພື່ອເປັນເຈົ້າການໃນການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດ A/H5N1 ແລະ ສະກັດກັ້ນໂລກໄຂ້ຫວັດ A/H7N9 ແຜ່ລາມອອກສູ່ຫວຽດນາມ. ຢູ່ດ່ານຊາຍແດນແຂວງ ລ້າງເຊີນ, ແຕ່ລະມື້ມີປະມານ 130.00 ເທື່ອຄົນໄປມາ. ກຳລັງແຂວງ ລ້າງເຊີນ ໄດ້ສ້າງຕັ້ງ ປ້ອມກວດກາ 24 ແຫ່ງ. ທ່ານ ຫງວຽນຈ້ອງເຫງ້ຍ, ຫົວຫນ້າກົມຄຸ້ມຄອງຕະຫລາດ ສາຂາ ແຂວງ ລ້າງເຊີນໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເພີ່ມທະວີວຽກງານສອດແນມ, ກວດກາ, ສ້າງຮາກຖານສະຫນອງຂໍ້ມູນຂ່າວ, ສົມທົບກັບບັນດາອົງການກ່ຽວຂ້ອງເພື່ອຈັບຕົວ ແລະ ປັບໄຫມລົງໂທດບັນດາເປົ້າໝາຍ, ພາຫະນະລະເມີດຢ່າງເຂັ້ມງວດ. ປະຊາຊົນຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບໂລກລະບາດທີ່ແຜ່ລາມຈາກສັດປີກສູ່ຄົນກວ່າອີກ.”
ຢູ່ແຂວງ ຮ່າຕີ້ງ ພາກກາງຫວຽດນາມ, ພາຍຫລັງເກີດໂລກໄຂ້ຫວັດ A/H5N1, ຂະແຫນງສາທາລະນະສຸກແຂວງ ໄດ້ເພີ່ມທະວີການກວດກາສຸຂະພາບໃຫ້ແກ່ປະຊາຊົນ.