ຫວຽດນາມແຕ່ງຕັ້ງນາຍທະຫານຍິງຄົນທຳອິດເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ
(VOVWORLD) -ຕອບຄ່ຳວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ ກະຊວງປ້ອງກັນປະເທດຫວຽດນາມໄດ້ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພະນັກງານຄົນທີ 20 ຂອງຫວຽດນາມໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ
ທ່ານພົນໂທ ຫງວຽນຈີ້ວິ້ງ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພັນຈັດຕະວາ ໂດ້ທິຮັ່ງງາ |
ພັນຈັດຕະວາ ໂດ້ທິຮັ່ງງາ ໄດ້ຮັບມອບໝານໜ້າທີ່ເປັນນາຍທະຫານເສນາທິການຮັບຜິດຊອບຕິດຕາມບັນດາການເຄື່ອນໄຫວດ້ານການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສ.ປ.ຊ ຢູ່ຊູດັງໃຕ້, ອາຍຸການ 1 ປີ ນັບແຕ່ວັນທີ 29 ຕຸລາເປັນຕົ້ນໄປ. ນີ້ແມ່ນພະນັກງານຍິງຄົນທຳອິດຂອງຫວຽດນາມໄດ້ຮັບແຕ່ງຕັ້ງ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈີ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ :
“ ສຳລັບ ສ.ປ.ຊ, ການແຕ່ງຕັ້ງນາຍທະຫານຍິງ ໄປເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ແມ່ນສະແດງໃຫ້ເຫັນນະໂຍບາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແມ່ນເປົ້າໝາຍສະຫັດສະວັດຂອງ ສ.ປ.ຊ, ຊຶ່ງເປັນການຢັ້ງຢືນບົດບາດຂອງແມ່ຍິງໃນບັນດາການເຄື່ອນໄຫວທີ່ມີລັກສະນະທົ່ວໂລກ, ໃນນັ້ນມີການເຄື່ອນໄຫວຮັກສາສັນຕິພາບ ”