ຫວຽດນາມແບ່ງປັນການກຳນົດທິດປ່ຽນແປງໃໝ່ແລະບົດຮຽນພັດທະນາກັບກຸຍບາ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງກົມພົວພັນຕ່າງປະເທດ, ກະຊວງບັນດາກຳລັງປະກອບອາວຸດການປະຕິວັດກຸຍບາ, ທ່ານເອກອັກຄະທູດຫວຽດນາມ ປະຈຳກຸຍບາ ຫງວຽນຈຸງແທ່ງ ມີການໂອ້ລົມຢູ່ໂຮງຮຽນປ້ອງກັນແຫ່ງຊາດກຸຍບາ ກ່ຽວກັບການກຳນົດທິດປ່ຽນແປງໃໝ່ ແລະ ບົດຮຽນພັດທະນາຂອງຫວຽດນາມ ໃນໄລຍະປະຈຸບັນ.

ຫວຽດນາມແບ່ງປັນການກຳນົດທິດປ່ຽນແປງໃໝ່ແລະບົດຮຽນພັດທະນາກັບກຸຍບາ - ảnh 1 ຫວຽດນາມແບ່ງປັນການກຳນົດທິດປ່ຽນແປງໃໝ່ແລະບົດຮຽນພັດທະນາກັບກຸຍບາ

(ພາບ: TTXVN)

ໃນບົດທາບທາມຄວາມເຫັນທາງການ ຕໍ່ໜ້າບັນດານັກຄົ້ນຄວ້າເຊິ່ງແມ່ນບັນດາພະນັກງານຈາກຂັ້ນສູນກາງ ຕະຫຼອດຮອດຂັ້ນທ້ອງຖິ່ນຂອງກຸຍບາ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ໄດ້ແບ່ງປັນກ່ຽວກັບໝາກຜົນລະອຽດໃນວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ - ສັງຄົມ, ບັນດາຜົນງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ພົ້ນເດັ່ນເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2017, ກໍ່ຄືຮັບຮູ້ສິ່ງທ້າທາຍບາງຢ່າງ ແລະ ບັນດາບັນຫາທີ່ຍັງຄົງຄ້າງຍ້ອນປັດໃຈພາວະວິໄສ ແລະ ອັດຕະວິໄສຢ່າງກົງໄປກົງມາ.

      ກ່ຽວກັບບັນດາບຸລິມະສິດໃນການພົວພັນຫວຽດນາມ - ກຸຍບາ ໃກ້ຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ໄດ້ເຊີດຊູຄວາມຕັດສິນໃຈຂອງການນຳຂັ້ນສູງ 2 ປະເທດ ໃນເລື່ອງນຳການພົວພັນດ້ານເສດຖະກິດ, ການຄ້າ ໃຫ້ເທົ່າທຽມກັບການພົວພັນດ້ານການເມືອງ ດ້ວຍບັນດາໂຄງການແທດຈິງ, ມີປະສິດທິຜົນ ແລະ ໝັ້ນຄົງໃຫ້ແກ່ການພັດທະນາຂອງແຕ່ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ