ກອງປະຊຸມ ITU 19
(ພາບ: vietnamplus.vn)
(vovworld) – ກອງປະຊຸມບັນດາປະເທດສະມາຊິກອົງການໂທລະຄົມໂລກ (ITU), ໄດ້ສິນສຸດລົງໃນຕອນຄໍ່າວັນທີ 07/11, ພາຍຫຼັງເຮັດວຽກມາເປັນເວລາ 3 ອາທິດ, ຢູ່ນະຄອນ Busan, ທາງພາກໃຕ້ສ.ເກົາຫຼີ, ດ້ວຍເລື່ອງຮັບຮອງເອົາມະຕິຈຳນວນໜຶ່ງ, ໃນນັ້ນໄດ້ຍົກອອກບັນດາທິດກຳນົດນະໂຍບາຍທີ່ມີລັກສະນະຍຸດທະສາດ ເພື່ອແນໃສ່ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມສາກົນໃນໄລຍະ 4 ປີຈະມາເຖິງ (2015 - 2019). ພ້ອມກັບບັນດາປະເທດສະມາຊິກອື່ນ, ຄະນະຜູ້ແທນຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນວິວັດການກະກຽມ ກໍ່ຄືຍົກອອກບັນດາຂໍ້ສະເໜີໃໝ່ທີ່ກອງປະຊຸມຄັ້ງນີ້. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼ່ງຂ່າວ ແລະ ສື່ສານ ເລນາມທັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມຄັ້ງນີ້ໃຫ້ຮູ້ວ່າ “ດ້ວຍຖານະເປັນຜູ້ຕາງໜ້າອົງການໂທລະຄົມມະນາຄົມອາຊີ - ປາຊີຝິກ, ທີ່ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໄດ້ສະເໜີ ແລະ ປ້ອງກັນຂໍ້ສະເໜີລວມ 5 ຂໍ້ຂອງພາກພື້ນ. ໃນນັ້ນ, ຄະນະຜູ້ແທນຫວຽດນາມ ໄດ້ຍົກອອກ 2 ຂໍ້ສະເໜີລະອຽດສຳລັບການພັດທະນາຂອງອົງການ ITU. ບັນດາຂໍ້ສະເໜີດັ່ງກ່າວໄດ້ຮັບຄວາມເຫັນດີຈາກສະມາຊິກ ຂອງ ITU ແລະ ກາຍເປັນມະຕິລວມຂອງກອງປະຊຸມ”.