ຫວຽດນາມ ຈະບັນລຸໄດ້ຜົນງານຫລາຍຢ່າງໃນປີ 2017
(ພາບປະກອບ)
(vovworld) - ຕອບສຳພາດຕໍ່ສຳນັກຂ່າວສານ Sputnik, ນັກຊ່ຽວຊານ ລັດເຊຍ ຫລາຍທ່ານ ຄາດຄະເນວ່າ ປີລະກາ 2017 ຈະແມ່ນປີທີ່ປະສົບຜົນສຳເລັດຜົນສຳລັບ ຫວຽດນາມ. ທ່ານ Evgeny Alazunov ປະທານກິຕິມະສັກສີສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ຄາດຄະເນວ່າ ປີ 2017 ຈະແມ່ນປີນຳມາເຊິ່ງຜົນງານໃໝ່ຫລາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ກໍ່ຄືປັບປຸງການພົວພັນ ລັດເຊຍ - ຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມ ເປັນແບບຢ່າງໃຫ້ບັນດາປະເທດ ອາຊີຕາເວັນອອກສ່ຽວໃຕ້ ແລະ ຈະສືບຕໍ່ຮັກສາທີ່ຕັ້ງເປັນແຖວໜ້າກ່ຽວກັບການພັດທະນາເສດຖະກິດໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກໍ່ຄືປະກອບສ່ວນໃຫ້ການພັດຂອງອົງການນີ້ຫລາຍກ່ວາອີກ. ນັກຂ່າວ ທັງເປັນນັກຄົ້ນຄວ້າປະຫວັດສາດ Piotr Tsvetov ເຊື່ອໝັ້ນວ່າ ປີ 2017 ຫວຽດນາມ ຈະບັນລຸໄດ້ຜົນງານຫລາຍກ່ວາ ເມື່ອທຽບໃສປີ 2016. ທ່ານກໍ່ຢືນຢັນວ່າ ບັນດາການນຳ ຫວຽດນາມ ພວມປະຕິບັດຫລາຍບາດກ້າວເພຶ່ອແກ້ໄຂບັນຫາພາຍໃນຢ່າງມີປະສິດທິຜົນ. ຕາມທ່ານ Piotr Tsvetov ແລ້ວ ຄວາມຫຍຸ້ງຍາກຂອງ ຫວຽດນາມ ມີໜ້ອຍກ່ວາບັນດາປະເທດອື່ນໆ.