ຫວຽດ​ນາມ ຕາ​ງ​ໜ້າ ອາ​ຊຽນ​ຢັ້ງ​ຢືນ ກະ​ສິ​ກຳ ແມ່ນ​ຂະ​ແໜງ​ເສດ​ຖະ​ກິດ​ຫຼັກ​ແຫຼ່ງ ຢູ່​ພາ​ກ​ພື້ນ

(VOVWORLD) - ກະສິກຳແມ່ນຂົງເຂດເສດຖະກິດຫຼັກແຫຼ່ງ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມມານະພະຍາຍາມລວມໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ. 
ຫວຽດ​ນາມ ຕາ​ງ​ໜ້າ ອາ​ຊຽນ​ຢັ້ງ​ຢືນ ກະ​ສິ​ກຳ ແມ່ນ​ຂະ​ແໜງ​ເສດ​ຖະ​ກິດ​ຫຼັກ​ແຫຼ່ງ ຢູ່​ພາ​ກ​ພື້ນ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 17 ຕຸລາ, ຢູ່ນິວຢອກ, ອາເມລິກາ, ຄະນະກຳມະການ ກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນ ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 77 ມີວາລະປຶກສາລວມກ່ຽວກັບເປົ້າໝາຍລົບລ້າງຄວາມທຸກຍາກ, ພັດທະນາກະສິກຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ໂດຍຕາງໜ້າສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ກະສິກຳແມ່ນຂົງເຂດເສດຖະກິດຫຼັກແຫຼ່ງ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມມານະພະຍາຍາມລວມໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ. ຈຸດສຸມຂອງ ອາຊຽນໃນຂົງເຂດນີ້ແມ່ນເພີ່ມທະວີການຜະລິດກະສິກຳ, ຍົກສູງປະສິດທິຜົນຂອງລະບົບສະບຽງອາຫານບົນພື້ນຖານ ແຜນການກະທຳ ອາຊຽນ ກ່ຽວກັບການຮັບປະກັນສະບຽງອາຫານແບບຍືນຍົງ, ຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ແລະ ພາກພື້ນ ໃນການປະຕິບັດແຜນການຍຸດທະສາດຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ອາຊຽນ 2016 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ