ຫວຽດນາມ ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຄ້ຳປະກັນສະບຽງອາຫານ ແລະ ການພັດທະນາແບບຍືນຍົງທົ່ວໂລກ

(VOVWORLD) - ທາງກະຊວງຫາກໍ່ອະນຸມັດຜ່ານ “ແຜນຮ່າງຊຸກຍູ້ການຮ່ວມມືສາກົນໃນກະສິກຳ ແລະ ພັດທະນາຊົນນະບົດຮອດປີ 2030, ວິໄສທັດຮອດປີ 2050” ດ້ວຍເປົ້າໝາຍນຳກະສິກຳ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ
ຫວຽດນາມ ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຄ້ຳປະກັນສະບຽງອາຫານ ແລະ ການພັດທະນາແບບຍືນຍົງທົ່ວໂລກ - ảnh 1(ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 18 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ປະຈຳ ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນທັນຍາຫານໂລກຄັ້ງທີ 44, ດ້ວຍຫົວຂໍ້ “ສິດໄດ້ສຳພັດກັບທັນຍາຫານ, ສະບຽງອາຫານເພື່ອຊີວິດ ແລະ ອະນາຄົດທີ່ດີງາມກວ່າ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໃຫ້ຮູ້ວ່າ, ທາງກະຊວງຫາກໍ່ອະນຸມັດຜ່ານ “ແຜນຮ່າງຊຸກຍູ້ການຮ່ວມມືສາກົນໃນກະສິກຳ ແລະ ພັດທະນາຊົນນະບົດຮອດປີ 2030, ວິໄສທັດຮອດປີ 2050” ດ້ວຍເປົ້າໝາຍນຳກະສິກຳ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ, ດຶງດູດການລົງທຶນຈາກພາຍນອກ ເພື່ອຮັບໃຊ້ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງກະສິກຳ, ຊົນນະບົດ ຫວຽດນາມ. ທ່ານລັດຖະມົນຕີ ເລມິງຮວານ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນຢ່າງຮອບດ້ານ ໃນບັນດາບັນຫາການຄ້າ, ການລົງທຶນ, ໜູນຊ່ວຍດ້ານເຕັກນິກ, ວິທະຍາສາດເຕັກໂນໂລຊີ ແລະ ບຳລຸງສ້າງຕາມຈິດໃຈຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນ ແລະ ຊຸກຍູ້ການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ. ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຕ້ອງຍູ້ແຮງວຽກງານການທູດ ແລະ ການທູດກໍ່ສາມາດໝູນໃຊ້ທ່າໄດ້ປຽບຂອງກະສິກຳ, ຊົນນະບົດ, ແຜ່ຂະຫຍາຍພາບພົດຂອງ ຫວຽດນາມ ອອກສູ່ໂລກ”.

        ເຂົ້າຮ່ວມເຫດການ, ທ່ານ Rémi Nono Womdim, ຫົວໜ້າອົງການ FAO ປະຈຳ ຫວຽດນາມ, ຕີລາຄາສູງໂຄງການແຫ່ງຊາດກ່ຽວກັບການຫັນປ່ຽນລະບົບທັນຍາຫານສະບຽງອາຫານຂອງ ຫວຽດນາມ.

        “ເນື່ອງໃນໂອກາດວັນທັນຍາຫານໂລກ 2024, ພວກເຮົາຈົ່ງສືບຕໍ່ໃຫ້ຄຳໝັ້ນສັນຍາພ້ອມກັນສ້າງອະນາຄົດອັນດີງາມກວ່າ, ຍືນຍົງກວ່າໃຫ້ແກ່ປະຊາຊົນ ຫວຽດນາມ ທຸກຄົນ, ເຊິ່ງແມ່ນແຫ່ງທີ່ທຸກຄົນລ້ວນແຕ່ໄດ້ຮັບປະກັນສິດເຂົ້າເຖິງແຫຼ່ງທັນຍາຫານ, ມີສະຕິຫຼຸດຜ່ອນການຟູມເຟືອຍທັນຍາຫານ. ການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ ຈະປະກອບສ່ວນບໍ່ພຽງແຕ່ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງໂພສະນາການ ແລະ ການຫາເງິນລ້ຽງຊີບຂອງບັນດາຜູ້ມີຄວາມສ່ຽງສູງເທົ່ານັ້ນ, ຫາກຍັງຮັບປະກັນໃຫ້ບັນດາລະບົບນີ້ມີປະສິດທິຜົນ, ກວມກວມ, ມີຄວາມສາມາດຟື້ນຟູ ແລະ ຍືນຍົງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ