( vovworld ) – ແຕ່ວັນທີ 23-25/4, ຢູ່ນະຄອນໂຮ່ຈິມິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງສາທາລະນະສຸກ ຫວຽດນາມ ສົມທົບກັບອົງການພັດທະນາສາກົນ ອາເມລິກາ ຈັດກອງປະຊຸມສຳມະນາວິຊາການກ່ຽວກັບນະໂຍບາຍການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ ໂດຍມີການເຂົ້າຮ່ວມຂອງ 9 ປະເທດໃນພາກພື້ນທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດນີ້. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Diep Kinh Tan ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ຫວຽດນາມ ແມ່ນ 1 ໃນຈຳນວນບັນດາປະເທດຖືກຜົນທະທ້ອນຢ່າງສູງຈາກ ໂລກໄຂ້ຫວັດສັດປີກ H5N1 ໃນໄລຍະທີ່ຜ່ານມາ. ໄລ່ຮອດເດືອນ 3/2011, ຫວຽດນາມ ໄດ້ລາຍງານວ່າມີຜູ້ຕິດໂລກໄຂ້ຫວັດສັດປີກ H5N1 119 ຄົນ, ໃນນັ້ນ 59 ຄົນໄດ້ເສຍຊີວິດແລ້ວ. ແຕ່ເຖິງຢ່າງນັ້ນກໍຕາມ, ນັບແຕ່ຊຸມປີ 2004-2005, ຈຳນວນຜູ້ຕິດໂລກລະບາດດັ່ງກ່າວຢູ່ ຫວຽດນາມ ກໍຖືກຫລຸດລົງແລ້ວ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາມາດຕະການປ້ອງກັນ ແລະ ຕ້ານໂລກລະບາດຢູ່ຫວຽດນາມ ໄດ້ເສີມຂະຫຍາຍຄຸນປະໂຫຍດ. ຜ່ານນັ້ນ, ການຮ່ວມມືກັບປະເທດຕ່າງໆທີ່ມີປະສົບການໃນການຄວບຄຸມໂລກໄຂ້ຫວັດສັດປີກ H5N1 ຈະຊ່ວຍໃຫ້ຫວຽດນາມ ມີແຜນການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ ຢ່າງມີປະສິດທິຜົນກ່ວາ.