(vovworld) – ຄະນະຜູ້ແທນ ຫວຽດນາມໂດຍທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ນຳໜ້າ ໄດ້ເຂົ້າຮ່ວມສະໄໝປະຊຸມປະຈຳປີຄັ້ງທີ 22 ຂອງສະພາສິດທິມະນຸດສະຫະປະຊາຊາດ, ເຊິ່ງໄຂຂຶ້ນໃນວັນທີ 25/2 ຢູ່ ເຊີແນວ, ປະເທດ ເຊີວິດ. ສະໄໝປະຊຸມຍັງມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນທີ່ມາຈາກຫຼາຍອົງການສາກົນ ແລະ ນັບຮ້ອຍປະເທດໃນໂລກ.
ທີ່ສະໄໝປະຊຸມຄາດວ່າຈະແກ່ຍາວແຕ່ວັນທີ 25/2 – 22/3, ບັນດາຜູ້ແທນຈະດຳເນີນການປຶກສາຫາລື ບັນດາຫົວຂໍ້ຄື: ຕີລາຄາກ່ຽວກັບບົດບາດໜ້າທີ່ຂອງສະພາສິດທິມະນຸດ, ສິດທິຄົນພິການ, ສິດທິເດັກ, ເພີ່ມທະວີການຮ່ວມມືດ້ານເຕັກນິກໃນຂົງເຂດປົກປ້ອງສິດທິມະນຸດ.