ອັງກິດປາດຖະໜາຢາກອີຣານເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການແກ້ໄຂໃຫ້ວິກິດການຢູ່ຊີຣີ
ທ່ານລັດຖະມົນຕີວ່າການກະຊວງ
ການຕ່າງປະເທດອັງກິດ Philip Hammond
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 24/08, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອັງກິດ Philip Hammond ຖະແຫຼງເລື່ອງຊອກຫາມາດຕະການແກ້ໄຂໃຫ້ວິກິດການຢູ່ຊີຣີ ໄດ້ກ້າວເຂົ້າສູ່ໄລຍະໃໝ່, ຍ້ອນການພົວພັນລະຫວ່າງຝ່າຍຕາເວັນຕົກ ກັບ ອີຣານ ພວມຄ່ອຍໆດີຂຶ້ນ ໄດ້ສ້າງເງື່ອນໄຂໃຫ້ບັນດາການເຈລະຈາ. ກ່າວຄຳເຫັນຢູ່ເຕເຣຣານ ພາຍຫຼັງການພົບປະກັບທ່ານປະທານາທິບໍດີ Hassan Rouhani ໃນມື້ທີ 2 ຢູ່ຢ້ຽມຢາມອີຣານ, ທ່ານ Hammond ຢືນຢັນວ່າ, ທັງອີຣານ ແລະ ອັງກິດ ລ້ວນແຕ່ຢາກຍາດແຍ່ງກາລະໂອກາດເພື່ອສິ້ນສຸດການເຈລະຈາໃຫ້ວິກິດການຊີຣີ ແລະ ບັນຫາອື່ນໆໃນພາກພື້ນ. ທ່ານ Hammond ຍອມຮັບວ່າ, ມາຮອດຈຸດເວລານີ້, ບັນດາການເຈລະຈາກ່ຽວກັບຊີຣີ ຍັງຂາດ 2 ປະເທດສວມບົດບາດສຳຄັນ ແລະ ມີຜົນທະທ້ອນທີ່ສຸດຄືອີຣານ ແລະ ລັດເຊຍ. ທ່ານ Hammond ໃຫ້ຮູ້ວ່າ, ລະດັບການເຈລະຈາກັບລັດເຊຍ ກ່ຽວກັບສົງຄາມ ຊີຣີ ໃນຊຸມເດືອນມໍ່ໆມານີ້ໄດ້ເລິກເຊິ່ງ, ກວ້າງຂວາງກວ່າ ແລະ ປະຈຸບັນພວມມີກາລະໂອກາດເພື່ອໃຫ້ອີຣານ ເຂົ້າຮ່ວມການປຶກສາຫາລືກັບປະເທດຕ່າງໆ.