ອົດສະຕາລີອຸປະຖຳ ໃຫ້ ປຊຊ ເຂດປະສົບ ກັບຄວາມຫຍຸ້ງຍາກຂອງ ຫວຽດນາມ ວັນເສົາ ທີ 27 ກໍລະກົດ ຄ.ສ. 2013 | 16:20:24 (ພາບປະກອບ) (vovworld)- ວັນທີ 26/7, ສະຖານທູດອົດສະຕາລີ ປະຈຳຮ່າໂນ້ຍ ໃຫ້ຮູ້ວ່າ: ໄດ້ກະກຽມພິຈາລະນາໂຄງການອຸປະຖຳໂດຍກົງ (DAP) ປີ 2013-2014 ໃຫ້ບັນດາໂຄງການຢູ່ເຂດພາກເໜືອຫວຽດນາມ. ທ່ານ Hugh Borrowman ເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ”ຜ່ານການອຸປະຖຳ DAP, ບັນດາໂຄງການໜ້ອຍ ງ່າຍດາຍ ອາດຈະຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຄົມປະສົບກັບຄວາມຫຍຸ້ງຍາກ. ໂຄງການ DAP ໄດ້ໜູນຊ່ວຍຢ່າງແທດຈິງ ແລະ ມີປະສິດທິຜົນໃນບັນດາຂົງເຂດຄື: ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ການສຶກສາ, ສຸຂະພາບ, ຄົນພິການ….”. ໂຄງການ DAP ສະຫງວນໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງປະຊາຄົມ, ອົງການບໍ່ຂຶ້ນກັບລັດຖະບານ, ສະຖານບັນຄົ້ນຄ້ວາ, ຫໍສະໝຸດ, ຫໍພິພິທະພັນ ແລະ ອົງການອື່ນໆເຂົ້າຮ່ວມການເຄື່ອນໄຫວພັດທະນາຢູ່ຫວຽດນາມ ບົນພື້ນຖານບໍ່ຮັບກຳໄລ. ກອງທຶນ DAP ແມ່ນສ່ວນໜຶ່ງໃນການໜູນຊ່ວຍ ພ້ອມກັບການອຸປະຖຳສອງຝ່າຍຂອງລັດຖະບານອົດສະຕາລີ ໃຫ້ແກ່ຫວຽດນາມ. ໃນປີງົບປະມານ 2012-2013, ສະຖານທູດອົດສະຕາລີ ໄດ້ໜູນຊ່ວຍ 12 ໂຄງການ ໃນ 11 ແຂວງນະຄອນທາງພາກເໜືອ ຫວຽດນາມ. Tag ເຂດພາກເໜືອ ຂ່າວ/ບົດອື່ນ ວິສາຫະກິດ ຫວຽດນາມ - ກຳປູເຈຍ - ລາວ ເພີ່ມທະວີການີຮ່ວມມືພ້ອມກັນພັດທະນາ ກຸ່ມ 4 ປະເທດກະກຽມດຳເນີນການຊ້ອມຮົບຮ່ວມຢູ່ Malabar ຄວາມເຄັ່ງຕຶງຢູ່ເຂດຕາເວັນອອກກາງ: ກຳລັງ ສປຊ ປະຈຳ ລີບັງ ບໍ່ຖອນຕົວອອກຈາກລີບັງ ບໍ່ຫົວຊາຕໍ່ການສະເໜີຂອງອິດສະລາແອັນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນວັດທະນະທຳ ເພື່ອສັນຕິພາບ
ຄວາມເຄັ່ງຕຶງຢູ່ເຂດຕາເວັນອອກກາງ: ກຳລັງ ສປຊ ປະຈຳ ລີບັງ ບໍ່ຖອນຕົວອອກຈາກລີບັງ ບໍ່ຫົວຊາຕໍ່ການສະເໜີຂອງອິດສະລາແອັນ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ປະທານາທິບໍດີ ອຽກລັງ ຍ້ອງຍໍບົດບາດສຳຄັນ ແລະ ຕັ້ງໜ້າຂອງ ຫວຽດນາມ ໃນການຮັກສາຄວາມໝັ້ນຄົງຢູ່ພາກພື້ນ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ