ອິດສະຣາແອນປ່ອຍຕົວປະທານສະພາແຫ່ງຊາດປາແລດສະຕີນ

ທ່ານ Aziz Dweik
(ພາບ: AFP)
|
(vovworld) – ວັນທີ 9/6, ອິດສະຣາແອນ ໄດ້ປ່ອຍຕົວປະທານສະພານິຕິບັນຍັດ (ສະພາແຫ່ງຊາດ) ອິດສະຣາແອນ Aziz Dweik ພາຍຫຼັງເກືອບໜຶ່ງປີກັກຂັງຜູ້ນີ້ໃນບັ້ນເຄື່ອນໄຫວປາບປາມ ຂອງກອງທັບ ອິດສະຣາແອນ ກ່ຽວຂ້ອງເຖິງການຈັບຕົວເຍົາວະຊົນອິດສະຣາແອນ 3 ຄົນ. ທ່ານ Dweik ຖືກຈັບຕົວໃນວັນທີ 16/6/2014 ໃນຂະນະທີ່ ອິດສະຣາແອນ ພວມດຳເນີນບັ້ນຮົບຊອກຫາເຍົາວະຊົນ 3 ຄົນຂອງປະເທດນີ້ຖືກບັນດາທະຫານກະບົດ ປາແລດສະຕີນ ມີການກ່ຽວຂ້ອງເຖິງຂະບວນການອິດສະລາມ ຮາມາດ ຈັບຕົວຢູ່ພາກໃຕ້ເຂດຕາເວັນຕົກແມ່ນ້ຳຈໍແດນດ້ວຍຂອບຂະໜາດໃຫຍ່. ນອກຈາກທ່ານ Dweik ແລ້ວ, ປະຈຸບັນມີສະມາຊິກ 12 ຄົນອື່ນໆຂອງສະພານິຕິບັນຍັດ ປາແລດສະຕີນ ພວມຖືກ ອິດສະຣາແອນ ຈັບຕົວ.