ອິດສະຣາແອນແລະຮາມາດບໍ່ທັນເປັນເອກະພາບຕໍ່ເລື່ອງແກ່ຍາວຄຳສັ່ງຢຸດຍິງ
(ພາບປະກອບຈາກ AFP/TTXVN)
(vovworld) – ວັນທີ 6/8, ອິດສະຣາແອນ ໄດ້ຕົກລົງແກ່ຍາວຄຳສັ່ງຢຸດຍິງໃນປະຈຸບັນຢູ່ເຂດ ກາຊາ ເຖິງວັນທີ 8/8, ໃນສະພາບການບັນດາການເຈລະຈາທາງອ້ອມລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ຖືກຈັດຕັ້ງຢູ່ ກາຍໂຣ, ປະເທດ ອີຢິບ. ເຖິງຢ່າງໃດກໍ່ຕາມ, ຂະບວນການອິດສະລາມ ຮາມາດ ໄດ້ປະຕິເສດແຫຼ່ງຂ່າວດັ່ງກ່າວໂດຍໄວ. ເຈົ້າໜ້າທີ່ບໍ່ເຜີຍຊື່ທ່ານໜຶ່ງຂອງອິດສະລາມໃຫ້ຮູ້ວ່າ ແທນອາວີດ ເຫັນດີໂດຍມີເງື່ອນໄຂກ່ຽວກັບເລື່ອງຕໍ່ກຳນົດເວລາໃຫ້ຄຳສັ່ງຢຸດຍິງຢູ່ເຂດກາຊາ, ແຕ່ບໍ່ເປີດເຜີຍວ່າຈະແກ່ຍາວເຖິງເວລາໃດ. ສຳນັກຂ່າວສານ Reuters ໄດ້ຄັດສະເໜີຄຳເວົ້ານີ້ວ່າ ອິດສະຣາແອນ ໄດ້“ກຽມພ້ອມຕໍ່ກຳນົດເວລາໃຫ້ຄຳສັ່ງຢຸດຍິງດ້ວຍບັນດາເງື່ອນໄຂໃນປະຈຸບັນ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຂັ້ນສູງຂອງຂະບວນການ ຮາມາດ, ທ່ານ Moussa Abu Marzouk ຖະແຫຼງວ່າ: 2 ຝ່າຍບໍ່ທັນບັນລຸໄດ້ຂໍ້ຕົກລົງໃດກ່ຽວກັບເລື່ອງຕໍ່ກຳນົດເວລາໃຫ້ຄຳສັ່ງຢຸດຍິງ. ຂະບວນການນີ້ຍັງກ່າວເຕືອນວ່າ: ຈະສືບຕໍ່ການບຸກໂຈມຕີ ຖ້າຫາກ ອິດສະຣາແອນ ບໍ່ຍອມຮັບທຸກໆຄຳຮຽກຮ້ອງຂອງ ປາແລດສະຕີນ, ພິເສດແມ່ນເລື່ອງຢຸດຕິການປິດລ້ອມເຂດ ກາຊາ ແລະ ປ່ອຍຕົວນັກໂທດ ປາແລດສະຕີນທີ່ພວມຖືກ ອິດສະຣາແອນ ກັກຂັງ.