ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍຢູ່ເຂດ ກາຊາ
(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄຳຮຽກຮ້ອງທີ່ຈຳເປັນຮີບດ່ວນທີ່ສຸດຂອງປະຊາຄົມສາກົນ, ໃນນັ້ນ ມີ 14 ໃນຈຳນວນ 15 ປະເທດ ກຳມະການສະພາຄວາມໝັ້ນຄົງ ສປຊ, ກອງທັບ ອິດສະຣາແອັນ ຍັງສືບຕໍ່ຍູ້ແຮງ ແລະ ເປີດກວ້າງການບຸກໂຈມຕີການທະຫານເຂົ້າເຂດ ກາຊາ ໃນຊຸມວັນຜ່ານມາ ເຮັດໃຫ້ ຊາວ ປາແລັດສະຕິນ ຖືກບາດເຈັບ ແລະ ເສຍຊີວິດ.
ວັນທີ 28 ສິງຫາ, ອົງການ ສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ ພຽງແຕ່ພາຍໃນ 24 ຊົ່ວໂມງ, ບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ແລະ ຜູ້ຮັບບາດເຈັບກວ່າ 200 ຄົນ, ໃນນັ້ນ ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນ ມີເດັກນ້ອຍ ແລະ ແມ່ຍິງເປັນຈຳນວນຫຼາຍ.
ບົດລາຍງານຫຼ້າສຸດກ່ຽວກັບບັ້ນບຸກໂຈມຕີທີ່ເຮັດໃຫ້ຫຼາຍຄົນບາດເຈັບ ແລະ ເສຍຊີວິດຢ່າງຮ້າຍແຮງຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ຍົກອອກມາໃນສະພາບການປະຊາຄົມສາກົນສືບຕໍ່ກ່າວປະນາມບັ້ນຮົບການທະຫານຢ່າງດຸເດືອດ ແລະ ມາດຕະການປິດລ້ອມເຄື່ອງຊ່ວຍເຫຼືອມະນຸດສະທຳຂອງ ອິດສະຣາແອັນ ເຂົ້າເຂດ ກາຊາ, ເຮັດໃຫ້ໄພນາບຂູ່ຢູ່ເຂດນີ້ຕົກເຂົ້າສູ່ສະພາບຮ້າຍແຮງແບບບໍ່ເຄີຍມີມາກ່ອນ.
ບ໊າທີ - VOV ປະຈຳ ອີຢິບ