(ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ)
(vovworld)- ເອກອັກຄະລັດຖະທູດ ອີຣານ ປະຈຳ ອາຊຽນ Valiollhah Mohammadi Nasrabadi ໄດ້ຢືນຢັນຄືດັ່ງກ່າວທີ່ພິທີຍື່ນສານຕາຕັ້ງຂຶ້ນທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ໃນວັນທີ 23/7. ທ່ານ ເອກອັກຄະລັດຖະທູດ Nasrabadi ຊີ້ແຈ້ງວ່າ: ອີຣານ ຈະມຸ່ງໄປເຖິງການເພີ່ມທະວີການພົວພັນຮ່ວມມືກັບ ອາຊຽນ ພິເສດໃນບັນດາຂົງເຂດ: ເສດຖະກິດ, ການຄ້າ, ວັດທະນະທຳ ວິທະຍາສາດ-ເຕັກໂນໂລຊີ ແລະ ການສຶກສາ. ທ່ານ ເລເລືອງມີງ ອວຍພອນ ທ່ານເອກອັກຄະລັດຖະທູດ ອີຣານ Nasrabadi ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ອີຣານ ປະຈຳ ອາຊຽນ ແລະ ຮັບຮູ້ບັນດາຄຳໝັ້ນສັນຍາຂອງ ອີຣານ ໃນການຊຸກຍູ້ການພົວພັນສະຫນິດຕິດພັນ, ການຮ່ວມມືກັບອາຊຽນ ຫລາຍກວ່າ. ທ່ານເລຂາທິການໃຫຍ່ ອາຊຽນ ເນັ້ນຫນັກວ່າ: ອາຊຽນ ບັນລຸໄດ້ບັນດາບາດກ້າວເດີນຢ່າງໝັ້ນແກ່ນເພື່ອມຸ່ງໄປເຖິງການສ້າງປະຊາຄົມໃນທ້າຍປີນີ້ ໂດຍອີງໃສ່ 3 ເສົາຄ້ຳມີລັກສະນະເຊື່ອມຈອດຢ່າງແຫນ້ນແຟ້ນ, ຖືປະຊາຊົນເປັນໃຈກາງ.