ອີຣານບໍ່ຮັບຮູ້ຖືກຕໍ່ກຳນົດເວລາລົງໂທດ
(ພາບປະກອບ: AFP)
(vovworld) - ທ່ານຫົວໜ້າຄະນະເຈລະຈານິວເຄຼຍອີຣານ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Abas Araqchi, ວັນທີ 22/07 ຖະແຫຼງວ່າ, ເຕເຣຣານ ຈະບໍ່ຮັບຮູ້ບໍ່ວ່າຄວາມມານະພະຍາຍາມໃດໆ ເພື່ອແນໃສ່ຕໍ່ກຳນົດເວລາໃຫ້ຄຳສັ່ງລົງໂທດ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງປະເທດນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບຂໍ້ຕົກລົງນິວເຄຼຍປະຫວັດສາດທີ່ບັນລຸໄດ້ໃນວັນທີ 15/07 ລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີອັງກິດ, ຝລັ່ງ, ລັດເຊຍ, ຈີນ, ອາເມລິກາ ແລະ ເຢຍລະມັນ) ຢູ່ວຽນ, ປະເທດອົດສຕາລິດ, ທ່ານ Araqchi ເນັ້ນໜັກວ່າ, ຄວາມມານະພະຍາຍາມທັງໝົດເພື່ອແນໃສ່ຈັດວາງມາດຕະການລົງໂທດຄືນໃໝ່ ພາຍຫຼັງບັນດາມາດຕະການນີ້ໝົດຜົນສັກສິດໃນຮອບເວລາ 10 ປີຈະແມ່ນການລະເມີດເຖິງຂໍ້ຕົກລົງດັ່ງກ່າວ ແລະ ກໍຄວາມເສຍຫວັງ. ທ່ານ Araqchi ກໍຖະແຫຼງວ່າ, ຂໍ້ຕົກລົງດ້ານນິວເຄຼຍບໍ່ໝາຍຄວາມວ່າອີຣານ ຮັບຮູ້ບັນດາມາດຕະການລົງໂທດ ແລະ ການກຳນົດໂດຍສະພາຄວາມໝັ້ນຄົງສະຫະປະຊາຊາດ, ສະຫະພາບເອີລົບ ແລະ ບັນດາປະເທດສະມາຊິກຈັດວາງ.