(vovworld) - ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣານ Mohammad Javad Zarif, ວັນທີ 26/07 ໄດ້ຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງເຂດອ່າວ ເພີ່ມທະວີການຮ່ວມມື ເພື່ອຕ້ານບັນດາໄພນາບຂູ່ລວມ ກ່ຽວກັບລັດທິກໍ່ການຮ້າຍ, ລັດທິຫົວຮຸ້ນແຮງ ແລະ ພັກຝ່າຍ, ແຕ່ຢືນຢັນວ່າ, ເຕເຣຣານ ຈະບໍ່ປ່ຽນແປງນະໂຍບາຍຂອງຕົນ. ທ່ານ Javad Zarif ຢືນຢັນວ່າ ອີຣານ ຢາກສົ່ງສານເຖິງບັນດາປະເທດໃນພາກພື້ນ, ໃນນັ້ນຮຽກຮ້ອງພ້ອມກັນຮ່ວມມືເພື່ອຮັບມືກັບບັນດາໄພນາບຂູ່. ທ່ານ Javad Zarif ເນັ້ນໜັກວ່າ, ຍາມໃດອີຣານ ກໍສະໜັບສະໜູນບັນດາປະເທດໃນເຂດອ່າວ ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ, ລັດທິຫົວຮຸ້ນແຮງ ແລະ ພັກຝ່າຍ.