ອີຣານແລະອີຢູເຫັນດີເລີ່ມຕົ້ນການເຈລະຈາ
ທ່ານ Mohammad Javad Zarif
ພາບ:ndtv.com
|
(vovworld)- ວັນທີ 28/7, ທ່ານ Mohammad Javad Zarif, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຣານ ໄດ້ປະກາດວ່າ: ອີຣານ ແລະ ສະຫະພາບເອີລົບ (ອີຢູ) ເຫັນດີເລີ່ມຕົ້ນການເຈລະຈາກກ່ຽວກັບຫລາຍບັນຫາ, ໃນນັ້ນ ຈຸດສຸມແມ່ນປະຕິບັດຂໍ້ຕົກລົງກ່ຽວກັບບັນຫານິວເຄຼຍຂອງ ເຕເຮຣານ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບຜູ້ຕາງຫນ້າຂັ້ນສູງກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງ ອີຢູ ທ່ານ ນາງ Federica Mogherini ຢູ່ ເຕເຮຣານ, ລັດຖະມົນຕີການຕ່າງປະເທດ ອີຣານ Zarif ໃຫ້ຮູ້ວ່າ: ບັນດາການເຈລະຈາຂັ້ນສູງຈະຖືກຈັດຂຶ້ນລະຫວ່າງ ອີຣານ ແລະ ອີຢູ ກ່ຽວກັບບັນດາບັນຫາບໍ່ລົງລອຍກັນ. ສ່ວນທ່ານນາງ Mogherini ໄດ້ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງໃນຂໍ້ຕົກລົງກ່ຽວກັບບັນຫານິວເຄຼຍ ຂອງອີຣານ ຄວນຢືດໝັ້ນການປະຕິບັດບັນດາມາດຕາທີ່ໄດ້ເຫັນດີນຳກັນ. ທ່ານນາງ Mogherini ເນັ້ນຫນັກວ່າ: ການປະຕິບັດຂໍ້ຕົກລົງສຳຄັນນີ້ ຈະເປີດຫນ້າປະຫວັດສາດໃຫມ່ໃຫ້ແກ່ການເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ ກວ້າງຂວາງ ລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ພະລັງງານ, ສິ່ງແວດລ້ອມ ແລະ ບັນດາການພົວພັນດ້ານການເມືອງ. ຜູ້ຕາງຫນ້າຂັ້ນສູງ ອີຢູ ປາດຖະຫນາ ຂໍ້ຕົກລົງນິວເຄຼຍ ນີ້ ມີລັກສະນະປະຫວັດສາດ ບໍ່ພຽງແຕ່ໄດ້ຮັບການລົງນາມເທົ່ານັ້ນ ຫາກສຳຄັນກວ່າແມ່ນການປະຕິບັດ.