ອາຊຽນເພີ່ມທະວີການຫນູນຊ່ວຍບັນດາວິສາຫະກິດຂະຫນາດກາງແລະນ້ອຍ

ອາຊຽນເພີ່ມທະວີການຫນູນຊ່ວຍບັນດາວິສາຫະກິດຂະຫນາດກາງແລະນ້ອຍ - ảnh 1

(vovworld)-​ ອາ​ຊຽນ ຫາກໍ່​ແນະ​ນຳ​ມາດ​ຖານ ອາ​ຊຽນ ກ່ຽວ​ກັບ​ການ​ຈັດ​ອັນ​ດັບ​ສິນ​ເຊື່ອ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ (SME) ເພື່ອ​ເພີ່ມ​ທະ​ວີ​ການ​ຫນູນ​ຊ່ວຍ​ຄວາມ​ສາ​ມາດ​ສຳ​ພັດ​ກັບ​ການ​ເງິນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​ໃນ​ກຸ່ມ. ມາດ​ຖານ​ຖືກ​ຍົກ​ອອກ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ຈັດ​ອັນ​ດັບ​ສິນ​ເຊື່ອ SME ໂດ​ຍ​ຄະ​ນ​ະ​ເລ​ຂາ​ອາ​ຊຽນ ສົມ​ທົບ​ກັບ​ທະ​ນາ​ຄານ​ສູນ​ກາງ​ອິນ​ໂດ​ເນ​ເຊຍ, ກະ​ຊວງວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ແລະ ສະ​ຫະ​ກອນ ອິນ​ໂດ​ເນ​ເຊຍ ຈັດ​ຕັ້ງ​ຂຶ້ນ​ຢູ່ ຈາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ເຫັນ​ດີ​ໂດ​ຍ​ຖື​ວ່າ: ການ​ຈັດ​ອັນ​ດັບ​ສ​ິນ​ເຊື່ອ SME ພຽງ​ແຕ່​ມີ​ປະ​ສິດ​ທິ​ຜົນ ເມື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ພ້ອມ​ແລ້ວ ແລະ ຄົບ​ຖ້ວນ​ຂອງ​ຖານ​ຂໍ້​ມູນ​ສິນ​ເຊື່ອ.

 

 

 

 

ຂ່າວ/ບົດ​ອື່ນ