ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ກ່າວຄຳປາໄສໄຂ
ກອງປະຊຸມ
ພາບ:baomoi.com
|
(vovworld)- ຕອນເຊົ້າວັນທີ 30/5 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມຂັ້ນລັດຖະມົນຕີບັນດາຝ່າຍກ່ຽວຂ້ອງປະຕິບັດສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດ ແລະ ຮັບມືຢ່າງຮີບດ່ວນຄັ້ງທີ 2 (COP2). ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ເນັ້ນຫນັກວ່າ: ໃນ 10 ປີມໍ່ໆມານີ້, ຈຳນວນຜູ້ເສຍຊີວິດ ແລະ ຫາຍສາບສູນຍ້ອນໄພທຳມະຊາດກໍ່ຂຶ້ນຢູ່ຫວຽດນາມແມ່ນຂຶ້ນເຖິງປະມານ 300 ຄົນ/ປີ. ຄວາມເສຍຫາຍດ້ານເສດຖະກິດຍ້ອນໄພທຳມະຊາດກໍ່ຂຶ້ນນັບມື້ນັບເພີ່ມຂຶ້ນ ແລະ ກວມເຖິງ 1,5% GDP. ຫວຽດນາມ ໄດ້ສ້າງຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ ແລະ ຫລຸດຜ່ອນໄພທຳມະຊາດຮອດປີ 2020, ຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງປະກາດໃຊ້ເອກະສານນິຕິກຳສຳຄັນຫລາຍສະບັບ. ທ່ານນາຍົກລັດຖະມົນຕີ ກໍຢືນຢັນວ່າ: ຫວຽດນາມ ໄດ້, ພວມ ແລະ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນບັນດາເວທີປາໄສສາກົນ ແລະ ພາກພື້ນກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ, ປະຕິບັດກອບແຫ່ງການເຄື່ອນໄຫວ Hyogo ກ່ຽວກັບການຫລຸດຜ່ອນຄວາມສ່ຽງໂດຍໄພພິບັດກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ຢູ່ລະດັບພາກພື້ນ, ການຄຸ້ມຄອງໄພພິບັດທຳມະຊາດ ຍາມໃດກໍເປັນການບຸລິມະສິດສູງຂອງອາຊຽນກໍຄືໃນການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ເລ່ືອງຮັບຮອງເອົາສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ ແລະ ຮັບມືຢ່າງຮີດດ່ວນ ໄດ້ສ້າງກອບກົດໝາຍສຳຄັນໃຫ້ແກ່ບັນດາຄວາມມານະພະຍາຍາມເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານ ແລະ ຫລຸດຜ່ອນໄພທຳມະຊາດໃນພາກພື້ນ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ອາຊຽນ ບັນລຸໄດ້ບັນດາຄວາມຄືບຫນ້າໃນການຜັນຂະຫຍາຍໄລຍະຫນຶ່ງຂອງໂຄງການ (2010 - 2012). ”
ຮ່າງຖະແຫລງການ ອາຊຽນ ກ່ຽວກັບການເພີ່ມທະວີການຮ່ວມມືຄຸ້ມຄອງໄພທຳມະຊາດຈະຖືກຍື່ນສະເຫນີຕໍ່ກອງປະຊຸມສຸດຍອດອາຊຽນໃນປີນີ້ ແມ່ນຫນ່ຶງໃນບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຂັ້ນລັດຖະມົນຕີບັນດາຝ່າຍກ່ຽວຂ້ອງປະຕິບັດສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດ ແລະ ຮັບມືຢ່າງຮີບດ່ວນຄັ້ງທີ 2. ທີ່ການປະຊຸມຂ່າວໃນຕອນບ່າຍວັນດຽວກັນພາຍຫລັງສິ້ນສຸດກອງປະຊຸມ, ທ່ານ ເລເລືອງມີງ, ເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດ ອາຊຽນມີຖະແຫລງການສະເພາະຂັ້ນສູງກ່ຽວກັບການຮັບມືກັບໄພພິບັດທຳມະຊາດ, ຫນູນຊ່ວຍມະນຸດສະທຳ, ສະແດງຄວາມເອົາໃຈໃສ່ຢ່າງແຂງແຮງຂອງປະຊາຄົມອາຊຽນ ສຳລັບຂົງເຂດທີ່ສຳຄັນນີ້. ໃນໄລຍະຈະມາເຖິງ, ອາຊຽນ ຈະຈັດຕັ້ງກອງປະຊຸມຄູ່ຮ່ວມມື ສ້າງເງ່ືອນໄຂລະດົມຫລາຍແຫລ່ງກຳລັງເພື່ອເພີ່ມຄວາມສາມາດຮັບມືຂອງອາຊຽນເມ່ືອໄພພິບັດໃນຂອບຂະຫນາດໃຫຍ່ຢ່າງມີປະສິດທິຜົນ, ໃນນັ້ນ ລະດົມທຸກແຫລ່ງກຳລັງຂອງບັນດາປະເທດສະມາຊິກ ອາຊຽນ, ແຫລ່ງກຳລັງຂອງບັນດາຄູ່ຮ່ວມມື ແລະ ບັນດາອົງການອຸປະຖຳສາກົນ. ກອງປະຊຸມກໍໄດ້ຮັບຮອງເອົາໂຄງການດຳເນີນງານການຮ່ວມມືໃນພາກພື້ນ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ແລະ ຮັບມືກັບໄພພິບັດ.