(vovworld) – ກອງປະຊຸມກວດກາແຮງງານອາຊຽນຄັ້ງທີ 4 ໄດ້ໄຂຂຶ້ນໃນວັນທີ 03/07 ຢູ່ຟີລິບປິນ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນຕົ້ນຕໍເຊິ່ງລວມມີ ປຶກສາຫາລືບັນດາຂໍ້ກຳນົດຂອງອາຊຽນ ສຳລັບການເຄື່ອນໄຫວກວດກາແຮງງານ; ການບຳລຸງສ້າງ ແລະ ຍົກສູງຄວາມສາມາດໃຫ້ບັນດານັກກວດກາ; ບັນດາສິ່ງທ້າທາຍ ແລະ ມາດຕະການລະອຽດສຳລັບການເຄື່ອນໄຫວກວດກາ ກໍ່ຄືບັນດາບັນຫາທີ່ພວມພົ້ນເດັ່ນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງແຮງງານຟີລິບປິນ Rosalinda Baldoz ເນັ້ນໜັກວ່າ ກອງປະຊຸມມຸ່ງໄປເຖິງຈຸດໝາຍເພີ່ມທະວີການເຊື່ອມໂຍງໃນພາກພື້ນ, ປັບປຸຸງເຄືອຂ່າຍເຄື່ອນໄຫວກວດກາແຮງງານໃນອາຊຽນ. ກອງປະຊຸມຄັ້ງນີ້ກໍ່ເອົາໃຈໃສ່ເຖິງເນື້ອໃນປັບປຸງການແນະນຳວຽກງານການກວດກາແຮງງານໃຫ້ເໝາະສົມກັບກຳລັງແຮງງານຂອງແຕ່ລະປະເທດ ກໍ່ຄືສຳລັບບັນດາຂະແໜງອາຊີບທີ່ຈ້າງຄົນງານຕ່າງປະເທດ. ເອກະສານແນະນຳດັ່ງກ່າວໄດ້ຮັບຖືວ່າແມ່ນມາດຖານຊ່ວຍໃຫ້ບັນດາປະເທດສະມາຊິກອາຊຽນ ຊອກຫາໄດ້ວິທີຮັບປະກັນສິດຜົນປະໂຫຍດໃຫ້ແກ່ຄົນງານໃນປະເທດ ແລະ ຄົນງານຕ່າງປະເທດ ໂດຍຜ່ານການເຄື່ອນໄຫວກວດກາແຮງງານ.