(vovworld) – ວັນທີ 23/8, ອາຊຽນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ (8/1967 – 8/2013) ຢູ່ສຳນັກງານຄະນະເລຂາ ອາຊຽນ ທີ່ນະຄອນຫຼວງ Jakarta, ອິນໂດເນເຊຍ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ຢືນຢັນເຫດການນີ້ເປັນຂີດໝາຍບົນເສັ້ນທາງພັດທະນາຢ່າງບໍ່ຢຸດຢັ້ງເພື່ອປະຕິບັດຈຸດໝາຍສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມຍຸຕິທຳ, ປະຊາທິປະໄຕ, ພັດທະນາ ແລະ ວັດທະນາຖາວອນຂອງສະຫະສະມາຄົມ. ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ເນັ້ນໜັກວ່າ: ອາຊຽນ ຖືປະຊາຊົນແມ່ນໃຈກາງໃນວິວັດການສ້າງ ແລະ ພັດທະນາປະຊາຄົມ ອາຊຽນ, ຄືດັ່ງຫົວຂໍ້ຂອງກຸ່ມໃນປີນີ້ແມ່ນ “ປະຊາຊົນຂອງພວກເຮົາ, ອະນາຄົດຂອງພວກເຮົາ” ໄດ້, ພວມ ແລະ ຈະດຶງດູດການເຂົ້າຮ່ວມຢ່າງກ້ວາງຂວາງຈາກປະຊາຊົນທຸກຊັ້ນວັນນະໃນສັງຄົມໃນກຸ່ມ. ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ໃຫ້ຂໍ້ສັງເກດວ່າ ຍິ່ງໃກ້ຈະຮອດກັບຈຸດໝາຍສ້າງຊາຍຄາລວມໃນປີ 2015, ອາຊຽນ ຍິ່ງມີຫຼາຍການລະໂອກາດ, ແຕ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຕໍ່ໜ້າກໍ່ໃຫຍ່ຫຼວງກ່ວາ, ຮຽກຮ້ອງໃຫ້ທຸກໆປະເທດສະມາຊິກຄວນເພີ່ມທະວີຄວາມສາມັກຄີໃນກຸ່ມກ່ວາອີກ, ມານະພະຍາຍາມເພື່ອຮັບມືກັບບັນດາສິ່ງທ້າທາຍມີລັກສະນະພາກພື້ນ ແລະ ທົ່ວໂລກໃນປະຈຸບັນ...
ໂດຍຕາງໜ້າໃຫ້ບັນດາປະເທດຄູ່ເຈລະຈາ, ທ່ານ David Taylor, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ນິວຊີແລນ ປະຈຳ ອາຊຽນ ຢືນຢັນຄຳໝັ້ນສັນຍາຂອງບັນດາປະເທດຄູ່ເຈລະຈາສືບຕໍ່ສະໜັບສະໜູນ ອາຊຽນ, ວິວັດການເຊື່ອມໂຍງພາກພື້ນ ແລະ ທົ່ວໂລກຂອງ ອາຊຽນ, ພ້ອມທັງປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາໃຫ້ເລິກເຊິ່ງ ກ້ວາງຂວາງກ່ວາອີກ. ໃນຂອບເຂດລາຍການສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຄະນະເລຂາ ອາຊຽນ ໄດ້ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆ, ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບຖະແຫຼງການສິດທິມະນຸດຂອງ ອາຊຽນ (AHRD) ແລະ ຖະແຫຼງການພະນົມເປັນກ່ຽວກັບ AHRD, ກໍ່ຄືສະເໜີປື້ມກ່ຽວກັບ AHRD ແລະ ການສ້າງປະຊາຄົມ ອາຊຽນ ໃນປີ 2015.