ແຂກຕ່າງປະເທດຢູ່ ກົວລະລຳປົວ
(ພາບປະກອບຈາກສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 7/7, ສະຖານທູດ ອາເມລິກາ ປະຈຳ ມາເລເຊຍ ໄດ້ຍົກອອກຄຳກ່າວເຕືອນຕໍ່ພົນລະເມືອງປະເທດນີ້ ກ່ຽວກັບບັນຫາຄວາມປອດໄພຂອງຕົວເອງ. ໃນແວບໄຊຂອງສະຖານທູດ ອາເມລິກາ ປະຈຳ ມາເລເຊຍ ໄດ້ມີຄຳກ່າວເຕືອນກ່ຽວກັບຄວາມປອດໄພພາຍຫຼັງທີ່ເຈົ້າໜ້າທີ່ ມາເລເຊຍ ຍອມຮັບວ່າ ມີການພົວພັນລະຫວ່າງອົງການລັດອິດສະລາມ (IS) ອ້າງຊື່ເອງ ກັບເຫດລະເບີດຢູ່ຮ້ານບັນເທິງແຫ່ງໜຶ່ງທີ່ Puchong, ລັດ Selangor ເມື່ອວັນທີ 28/6 ເຮັດໃຫ້ຢ່າງໜ້ອຍສຸດມີ 8 ຄົນຖືກຮັບບາດເຈັບ. ເຖິງວ່າຍອມຮັບວ່າປະຈຸບັນບໍ່ມີໄພນາບຂູ່ພິເສດໃດໆຈາກບັນດາອົງການກໍ່ການຮ້າຍສຳລັບພົນລະເມືອງ ອາເມລິກາ ຢູ່ ມາເລເຊຍ ກໍ່ຕາມ, ແຕ່ສະຖານທູດ ອາເມລິກາ ຍັງກ່າວເຕືອນວ່າ ເຂົາເຈົ້າຍາມໃດກໍ່ຕ້ອງຍົກສູງສະຕິລະວັງຕົວເມື່ອໄປມາ, ຍ້ອນພົນລະເມືອງ ອາເມລິກາ ອາດສາມາດຈະເປັນເປົ້າໝາຍບຸກຕີຂອງພວກກໍ່ການຮ້າຍ. ນອກຈາກນັ້ນແລ້ວ, ບົດລາຍງານຂອງສະຖານທູດ ອາເມລິກາ ປະຈຳ ມາເລເຊຍ ຍັງຄົງກ່າວເຕືອນພົນລະເມືອງປະເທດນີ້ຕ້ອງອັບເດັດສະພາບການຜ່ານບັນດາພາຫະນະສື່ມວນຊົນ, ເປັນປະຈຳພ້ອມທັງສະໜອງເບີໂທສະສັບສາຍດ່ວນເພື່ອພົວພັນກັບສະຖານທູດ.