ພາບປະກອບ
(vovworld) – ວັນທີ 27/7, ສະຖານທູດ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ອົງການພັດທະນາສາກົນ ອາເມລິກາ (USAID) ຫາກໍ່ປະກາດໂຄງການໃໝ່ມີມູນຄ່າ 26 ລ້ານ USD ເພື່ອຊ່ວຍເພີ່ມທະວີ ແລະ ຮັກສາວຽກງານປ້ອງກັນ, ຕ້ານ HIV/AIDS ແບບຍືນຍົງຢູ່ ຫວຽດນາມ. ທ່ານ Michael Greene, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການຈະເປີດກ້ວາງບັນດາການບໍລິການ ໃນທັງລະບົບການບໍລິການເບິ່ງແຍງດູແລຜູ້ຕິດເຊື້ອ HIV ຈາກການບົ່ງມະຕິຮອດການປິ່ນປົວສຳເລັດຜົນຢູ່ບັນດາແຂວງມີອັດຕາຜູ້ຕິດເຊື້ອ HIV ສູງ. ໂຄງການກໍ່ຈະສະໜອງການໜູນຊ່ວຍດ້ານເຕັກນິກໂດຍອີງໃສ່ຄວາມຕ້ອງການຢູ່ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ກໍ່ສ້າງບັນດາລະບົບ ແລະ ບໍລິການ HIV ແບບຍືນຍົງ.