ອາເມລິກາ ຈະສົມທົບກັນກັບ ຫວຽດນາມ ເພື່ອຮັບປະກັນປີ APEC 2027 ບັນລຸຜົນສຳເລັດ
(VOVWORLD) - ເລື່ອງເປັນເຈົ້າພາບຈັດປີ APEC 2027 ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍສຳຄັນແຖວໜ້າຂອງ ຫວຽດນາມ ໃນໄລຍະຈະມາເຖິງ
(ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Allison Hooker, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ) |
ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ ເຂົ້າຮ່ວມຮອບເຈລະຈາຄັ້ງທີ 6 ສັນຍາການຄ້າສົມທົບ ຫວຽດນາມ - ອາເມລິກາ ແຕ່ວັນທີ 02 – 06 ກຸມພາ, ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Allison Hooker, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານ Casey Mace, ຫົວໜ້າເຈົ້າໜ້າທີ່ຂັ້ນສູງ APEC ອາເມລິກາ, ທ່ານ Charles Freeman, ຮອງປະທານຫ້ອງການການຄ້າ ອາເມລິກາ ແລະ ການນຳສູນແຫ່ງຊາດ ອາເມລິກາ ກ່ຽວກັບ APEC.
ທີ່ການເຮັດວຽກກັບທ່ານຮອງລັດຖະມົນຕີການຕ່າງປະເທດ Allison Hooker, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນທິມິນຮັ່ງ ເນັ້ນໜັກວ່າ ເລື່ອງເປັນເຈົ້າພາບຈັດປີ APEC 2027 ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍສຳຄັນແຖວໜ້າຂອງ ຫວຽດນາມ ໃນໄລຍະຈະມາເຖິງ; ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍວຽກງານກະກຽມໃນທຸກຂົງເຂດ.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ Allison Hooker ໄດ້ຕີລາຄາສູງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນເລື່ອງເປັນຄັ້ງທີ 3 ທີ່ເປັນເຈົ້າພາບຈັດປີ APEC, ຮັບຮູ້ຈິດໃຈເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນວຽກງານກະກຽມໃຫ້ປີ APEC 2027; ທ່ານຢືນຢັນວ່າ ອາເມລິກາ ຈະຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຮັບປະກັນໃຫ້ປີ APEC 2027 ບັນລຸຜົນສຳເລັດ.