(vovworld) – ອາເມລິກາ ແລະ ອີຣານ ຈະຊອກຫາວິທີສ້າງພື້ນຖານໃຫ້ວິວັດການເຈລະຈາທີ່ສັບສົນກ່ຽວກັບໂຄງການນິວເຄຼຍ ທີ່ກໍ່ຄວາມໂຕະຖຽງກັນຂອງເຕເຣຣານ ເພື່ອແນໃສ່ບັນລຸໄດ້ບັນດາບາດກ້າວພັດທະນາໃຫຍ່ຫຼວງກວ່າ. ກ່າວຄຳເຫັນກັບວົງການນັກຂ່າວໃນວັນທີ 12/01 ຢູ່ອີນເດຍ, ທ່ານລັດຖະມົນຕີວ່າການການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ, ໃນການພົບປະກັບຄູ່ຕໍ່າແໜ່ງອີຣານ Mohammad Javad Zarif, ວັນທີ 14/01 ຈະມາເຖິງຢູ່ເຊີແນວ, ປະເທດຊະວິດ, 2 ຝ່າຍຈະປຶກສາຫາລືບັນດາຫົວຂໍ້ຕົ້ນຕໍ່ລວມມີການຕີລາຄາສະພາບການ ແລະ ວາງອອກທິດທາງໃຫ້ຄະນະເຈລະຈາກ່ອນທີ່ດຳເນີນຮອບເຈລະຈາຕໍ່ໄປລະຫວ່າງອີຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ).
ໃນຂະນະນັ້ນ, ວັນທີ 12/01, ທ່ານລັດຖະມົນຕີການຕ່າງປະເທດເຕເຣຣານ Zarif ຮຽກຮ້ອງໃຫ້ລັດເຊຍ ມີບົດບາດຕັ້ງໜ້າກວ່າອີກ ແນໃສ່ຊຸກຍູ້ບັນດາການເຈລະຈາເພື່ອກ້າວໄປເຖິງຂໍ້ຕົກລົງຮອບດ້ານກ່ຽວກັບໂຄງການນິວເຄຼຍ ຂອງເຕເຣຣານ. ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov, ຫົວໜ້າຄະນະເຈລະຈາລັດເຊຍ ໃນການເຈລະຈາລະຫວ່າງອີຣານ ແລະ ກຸ່ມ P5+1, ພວມຢູ່ຢ້ຽມຢາມອີຣານ ຖືວ່າ, ການພົວພັນອັນດີງາມລະຫວ່າງເຕເຣຣານ ແລະ ມົດສກູ ອາດປະກອບສ່ວນແກ້ໄຂການພົວພັນດ້ານນິວເຄຼຍ ທີ່ກ່ຽວຂ້ອງເຖິງອີຣານ ໂດຍໄວ.