(ພາບປະກອບ)
(vovworld) – ວັນທີ 17/04, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ David Shear ໄດ້ປະກາດໂຄງການໃໝ່ໂດຍອາເມລິກາ ໜູນຊ່ວຍ ເພື່ອແນໃສ່ສະໜອງບັນດາການບໍລິການຢ່າງຮອບດ້ານ, ເພື່ອແນໃສ່ຮັບໃຊ້ໃຫ້ຄົນພິການຢູ່ຫວຽດນາມ ປະມານ 10.000 ຄົນ. ໂຄງການຈະຊ່ວຍບຳລຸງສ້າງວິຊາຊີບ ແລະ ໜູນຊ່ວຍເດັກພິການສາມາດສຳພັດກັບການສຶກສາ ກໍຄືບັນດາການບໍລິການອື່ນໆ. ໂຄງການມີມູນຄ່າ 9 ລ້ານ USD, ພ້ອມທັງໜູນຊ່ວຍຄົນພິການດ້ວຍບັນດາການບໍລິການຄື ຜ່າຕັດຕົບແຕ່ງ, ຟື້ນຟູອະໄວຍະວະ ແລະ ບັນດາເຄື່ອງອຸປະກອນໜູນຊ່ວຍອື່ນໆ.
ໂຄງການໄດ້ຮັບການຜັນຂະຫຍາຍຢູ່ນະຄອນດານັ້ງ, ແຂວງບິງດິ້ງ, ດົງນາຍ ແລະ ຢູ່ບາງແຂວງອີກດ້ວຍ.