(vovworld) – ວັນທີ 17/4/2013, ເມື່ອຕອບສຳພາດຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງການພົບປະເຈລະຈາ ກ່ຽວກັບສິດທິມະນຸດລະຫວ່າງ ຫວຽດນາມ - ອາເມລິກາ ຢູ່ ຮ່າໂນ້ຍໃນໄລຍະຜ່ານມາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານ ເລືອງແທງຫງີ້ ໃຫ້ຮູ້ວ່າ: ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານຢ່າງກົງໄປກົງມາ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນດາບັນຫາທີ່ກ່ຽວຂ້ອງເຖິງລັດແຫ່ງອຳນາດນິຕິບັນຍັດ, ສິດເສລີໃນການປາກເວົ້າ, ສິດເສລີໃນການເຊື່ອຖືສາສະໜາ, ສິດຂອງຄົນພິການ, ຜູ້ເປັນເພດທີ 3, ສະພາບການປະຕິບັດ ແລະ ປົກປ້ອງບັນດາສິດທິມະນຸດ ຢູ່ ຫວຽດນາມ ແລະ ອາເມລິກາ. ຝ່າຍ ຫວຽດນາມ ກໍ່ໄດ້ເປັນເຈົ້າການສະໜອງຂໍ້ມູນຂ່າວສານ, ເຮັດແຈ້ງຄວາມຈິງ ກ່ຽວກັບບັນດາຂໍ້ມູນທີ່ຜິດເຂວ, ສ່ອງແສງບໍ່ຖືກກັບສະພາບການຕົວຈິງ ຢູ່ ຫວຽດນາມ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ຄະນະຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ Daniel Baer ໄດ້ຮັບຄວາມເອື້ອອຳນວຍຄວາມສະດວກຈາກຝ່າຍ ຫວຽດນາມ ໃນການພົບປະບາງບຸກຄົນທີ່ຝ່າຍ ອາເມລິກາ ມີຄວາມສົນໃຈ.
ຕາມໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລືອງແທງຫງີ້ ແລ້ວ, ເລື່ອງ ຫວຽດນາມ ແລະ ອາເມລິກາ ຮັກສາການພົບປະເຈລະຈາເປັນປະຈຳກ່ຽວກັບບັນດາບັນຫາ, ໃນນັ້ນມີບັນຫາສິດທິມະນຸດ, ບົນພື້ນຖານເປີດເຜີຍ, ສ້າງສັນ, ສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມື, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.