(vovworld) - ຕອນເຊົ້າວັນທີ 04/02, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 13.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ ກອງປະຊຸມເພື່ອແນໃສ່ຮັບປະກັນ ແລະ ຍົກສູງຄຸນນະພາບວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ໃນການຮັບປະກັນບັນດາແຜນນະໂຍບາຍ, ມະຕິຂອງສະພາແຫ່ງຊາດ ເຊິ່ງບັນດາຂະແໜງການທຸກຂັ້ນຊາບຊືມ ແລະ ຜັນຂະຫຍາຍຢ່າງທັນການ, ນຳມາເຊິ່ງຜັນປະໂຫຍດຢ່າງແທດຈິງໃນຊີວິດສັງຄົມ.
“ຢາກເຮັດໃຫ້ລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດກ້າວເຂົ້າສູ່ຊີວິດການເປັນຢູ່ ຕ້ອງເພີ່ມທະວີວຽກງານຕິດຕາມກວດກາຂອງບັນດາສະມາຊິກສະພາແຫ່ງຊາດ, ຂອງບັນດາອົງການຈັດຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົາທຸກຂັ້ນ ເພື່ອໃຫ້ລັດຖະບານ, ລະບົບອຳນາດການປົກຄອງປະຕິບັດກົດໝາຍຂອງທົ່ວປະເທດ ຈັດຕັ້ງມະຕິຂອງພັກ, ລັດ ໝາຍຄວາມວ່າສະພາແຫ່ງຊາດຕ້ອງເຮັດຄືແນວໃດ ເພື່ອຮັບປະກັນບັນດາເອກະສານດັ່ງກ່າວໄດ້ຮັບການປະຕິບັດໃນຊີວິດການເປັນຢູ່ຢ່າງມີໄຊ.”
ທີ່ກອງປະຊຸມ, ບັນດາຄະນະສະມາຊິກສະພາແຫ່ງຊາດ ໄດ້ຊຸມໃສ່ປຶກສາຫາລື, ຊີ້ແຈ້ງໜ້າທີ່ຄວນເອົາໃຈໃສ່ຕິດຕາມກວດກາ ວຽກງານຜັນຂະຫຍາຍການປະຕິບັດມະຕິຕ່າງໆ. ມີຫຼາຍຂໍ້ສະເໜີ ໃນວິວັດການຕິດຕາມກວດກາ, ບັນດາຄະນະສະມາຊິກສະພາແຫ່ງຊາດຕ້ອງຊີ້ແຈ້ງບັນດາອົງການຈັດຕັ້ງ, ສ່ວນບຸກຄົນຕ່າງໆ ໃນບົດລາຍງານຢ່າງລະອຽດ ເພື່ອກຳນົດໜ້າທີ່ຮັບຜິດຊອບ; ບໍ່ພຽງແຕ່ຕີລາຄາ, ຍົກອອກໜ້າທີ່ແບບລວມໆເທົ່ານັ້ນ. ບົນພື້ນຖານນັ້ນ, ມີບົດລາຍງານ, ສະເໜີມາດຕະການຕ່າງໆເພື່ອຍົກສູງປະສິດທິຜົນ, ຄຸນນະພາບການປະຕິບັດມະຕິ.