ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກກັບການນຳແຂວງເງະອານ
(ທ່ານຮອງນາຍົກລັດຖະມົນຕີເວືອງດິງເຫ້ວ
ເຮັດວຽກກັບການນຳແຂວງເງະອານ)
(vovworld) - ຕອນເຊົ້າວັນທີ 09/05, ຢູ່ແຂວງເງະອານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ. ສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ສະເໜີໃຫ້ແຂວງ ເງະອານ ກວດກາຄືນການປະຕິບັດບັນດາຄາດໝາຍຊຶ່ງມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງ. ກ່ຽວກັບບັນດາໂຄງການຫຼັກແຫຼ່ງຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຂວງ ເງະອານ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ສ້າງແຜນຮ່າງສະເພາະໃຫ້ເສັ້ນທາງຄົມມະນາຄົມ ວິງ - ເກືອລໍ່, ນຳເຂດນີ້ໃຫ້ກາຍເປັນບ່ອນດຶງດູດບັນດາວິສາຫະກິດມີເຕັກໂນໂລຊີສູງ, ເຂດວາງສະແດງ, ທ່ອງທ່ຽວ, ການຄ້າ.