ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຕ້ອນຮັບອຸປະທູດຊົ່ວຄາວສະຖານທູດ ສ.ຈີເລ ປະຈຳ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 07 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Gonzalo Gualquil Smoje ອຸປະທູດຊົ່ວຄາວ ສ.ຈີເລ ປະຈຳ ຫວຽດນາມ.
ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຕ້ອນຮັບອຸປະທູດຊົ່ວຄາວສະຖານທູດ ສ.ຈີເລ ປະຈຳ ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Gonzalo Gualquil Smoje

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຮູ້ວ່າ: ໃນຕົ້ນເດືອນ ກໍລະກົດ ຈະມາເຖິງ, ຄະນະປະຕິບັດງານຂອງລັດຖະບານ ຫວຽດນາມ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈີເລ ແນໃສ່ຊຸກຍູ້ການພົວພັນຮ່ວມມືເສດຖະກິດ, ການທູດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ປະຕິບັດບັນດາຂໍ້ຕົກລົງ ຊຶ່ງການນຳຂັ້ນສູງ 2 ປະເທດບັນລຸໄດ້ໃນໄລຍະຜ່ານມາເທື່ອລະກ້າວ. ຈຸດພົ້ນເດັ່ນຂອງການຢ້ຽມຢາມ ແມ່ນກອງປະຊຸມສະພາການຄ້າ ຫວຽດນາມ - ຈີເລ ແລະ ເວທີປາໄສວິສາຫະກິດ ຫວຽດນາມ - ຈີເລ ແນໃສ່ແນະນຳຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືດ້ານເສດຖະກິດລະຫວ່າງ 2 ຝ່າຍ.

        ສ່ວນທ່ານ Gonzalo Gualquil Smoje ອຸປະທູດຊົ່ວຄາວ ສ.ຈີເລ ປະຈຳ ຫວຽດນາມ ຖືວ່າ: 2 ປະເທດຍັງມີໂອກາດຫລາຍຢ່າງໃນການຮ່ວມມື, ພັດທະນາ ເມື່ອ 2 ພື້ນຖານເສດຖະກິດມີໂຄງສ້າງນຳເຂົ້າ-ສົ່ງອອກໜູນຊ່ວຍເຊິ່ງກັນ ແລະ ກັນ  ຫາກບໍ່ແມ່ນການແກ່ງແຍ້ງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ