ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງ

(VOVWORLD) -ຕອນເຊົ້າວັນທີ 01 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການຈຸດໝາຍແຫ່ງຊາດ
ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງ - ảnh 1 ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງ

 ເປັນປະທານກອງປະຊຸມຕີລາຄາສະພາບປະຕິບັດການໜ້າທີ່ 6 ເດືອນຕົ້ນປີ ແລະ ມາດຕະການປະຕິບັດໜ້າທີ່ປີ 2017 ຂອງບັນດາໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ແລະ ຫລຸດຜ່ອນຄວາມທຸກຍາກໃຫ້ໝັ້ນຄົງໄລຍະ 2016 – 2020. ປະຈຸບັນ ບັນດາທ້ອງຖິ່ນເກືອບທັງໝົດໄດ້ສຳເລັດການຈັດແບ່ງ, ມອບທຶນແຜນການປີ 2017 ແລະ ພວມຕັ້ງໜ້າຍູ້ໄວວິວັດການປະຕິບັດບັນດາໂຄງການ. ກ່ຽວກັບໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ໄລ່ຈົນຮອດທ້າຍເດືອນ ກໍລະກົດ ປີ2017, ທົ່ວປະເທດມີກ່ວາ 2.700 ຕາແສງບັນລຸມາດຖານຊົນນະບົດໃໝ່. ສຳລັບໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກໃຫ້ໝັ້ນຄົງ, ວຽກງານຫລຸດຜ່ອນຄວາມທຸກຍາກໃນ 6 ເດືອນຕົ້ນປີ 2017 ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ. ຄາດຄະເນວ່າ ທ້າຍປີ 2017 ອັດຕາຄອບຄົວທຸກຍາກສະເລ່ຍໃນທົ່ວປະເທດ ຈະຫລຸດລົງເຫຼືອພຽງປະມານ 6,9% ໝາຍຄວາມວ່າ ຫລຸດລົງ 1,33% ຄະແນນ ເມື່ອທຽບໃສ່ທ້າຍປີ 2016.   

ຕອບກັບ

ຂ່າວ/ບົດ​ອື່ນ