(vovworld) - ວັນທີ 4/5, ຢູ່ສຳນັກງານລັດຖະບານ, ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງ ອຸດສາຫະກຳ - ການຄ້າ ລາວ ນາມ ວິຍະເກດ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຢືນຢັນວ່າ: ຍາມໃດລັດຖະບານຫວຽດນາມ ກໍຖືການພົວພັນຮ່ວມມືຢ່າງຮອບດ້ານກັບ ລາວ ເປັນສຳຄັນ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ, ການຄ້າ. ລັດຖະບານຫວຽດນາມ ກໍມີແຜນນະໂຍບາຍສະໜັບສະໜູນບັນດາກະຊວງ, ຂະແໜງການຂອງ 2 ປະເທດ ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາ, ມາດຕະການລະອຽດ ເພື່ອແນໃສ່ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດພັດທະນາການຮ່ວມມື, ດຳເນີນທຸລະກິດ, ຂຸດຄົ້ນທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດຢ່າງມີປະສິດທິຜົນ, ຕອບສະໜອງບັນດາຈຸດໝາຍ ທີ່ການນຳຂັ້ນສູງ 2 ປະເທດໄດ້ວາງອອກ. ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີໃຫ້ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດລົງທຶນ, ດຳເນີນທຸລະກິດຢູ່ລາວ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ລາວ ນາມ ວິຍະເກດ ໄດ້ແຈ້ງໝາກຜົນການເຮັດວຽກກັບບັນດາກະຊວງ, ຂະແໜງການຂອງຫວຽດນາມມຸ້ງໄປເຖິງຄາດໝາຍສ້າງວົງເງິນການຄ້າ 2 ປະເທດ ບັນລຸ 1 ຕື້ USD ໃນປີ 2012 ນີ້ ແລະ ບັນລຸ 2 ຕື້ USD ໃນປີ 2015. ທ່ານ ນາມ ວິຍະເກດ ຕີລາຄາສູງ ບັນດາວິສາຫະກິດຫວຽດນາມລົງທຶນດຳເນີນທຸລະກິດຢູ່ລາວ, ພ້ອມທັງຢືນຢັນຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ລົງທຶນຜະລິດດຳເນີນທຸລະກິດຢູ່ລາວ.