ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມ ອົດສະຕາລີ
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ແລະ ທ່ານນາງນາຍົກລັດຖະມົນຕີ Julia Gillard
(ພາບ: chinhphu.vn)
(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີຄັງເງິນ ອົດສະຕາລີ Wayne Swan, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ນຳໜ້າຄະນະຜູ້ແທນເຈົ້າໜ້າທີ່ຫວຽດນາມ ໄດ້ໄປຍັງ Canberra, ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ແຕ່ວັນທີ 9 – 14/4 ຢ່າງເປັນທາງການ. ຕອນບ່າຍວັນທີ 10/4, ຢູ່ Canberra, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຮັບການຕ້ອນຮັບຈາກທ່ານນາງນາຍົກລັດຖະມົນຕີ ອົດສະຕາລີ Julia Gillard. ທ່ານນາງນາຍົກລັດຖະມົນຕີ Gillard ແລະ ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕີລາຄາສູງປະສິດທິຜົນຂອງບັນດາກົນໄກຮ່ວມມື 2 ຝ່າຍ. ການນຳ 2 ປະເທດເນັ້ນໜັກວ່າ: ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ກໍຄືຍູ້ໄວການປະຕິບັດໂຄງການເຄື່ອນໄຫວຫວຽດນາມ - ອົດສະຕາລີ ໄລຍະ 2010 – 2013 ແລະ ມີບັນດາມາດຕະການຕ່າງໆທີ່ແທດຈິງເພື່ອມຸ້ງໄປເຖິງການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ (1973 – 2013). ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍໄດ້ແບ່ງປັນທັດສະນະລວມກ່ຽວກັບຄວາມຈຳເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ, ຖືວ່າ, ບັນຫາທະເລຕາເວັນອອກຄວນໄດ້ຮັບການແກ້ໄຂບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982. 2 ຝ່າຍຢືນຢັນສືບຕໍ່ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ສະໜັບສະໜູນກັນສະໝັກເຂົ້າເປັນສະມາຊິກຂອງບັນດາອົງການຂອງສະຫະປະຊາຊາດ.