(ພາບປະກອບ)
(vovworld) - ວັນທີ 29/07, ໄດ້ເກີດເຫດວາງລະເປີດດ້ວຍລົດໂອໂຕຫຼາຍຄັ້ງຢູ່ນະຄອນຫຼວງ ແບກແດດ ແລະ ບາງນະຄອນທາງພາກໃຕ້ອີຮັກ ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີ 40 ຄົນເສຍຊີວິດ ແລະ 194 ຄົນຖືກບາດເຈັບ. ແຫຼ່ງຂ່າວຈາກກຳລັງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ມີລົດໂອໂຕບັນຈຸລູກລະເບີດ 10 ຄັນໄດ້ລະເປີດຂຶ້ນຢູ່ 8 ບໍລິເວັນຢູ່ແບກແດດ. ນອກຈາກນັ້ນ, ຍັງເກີດບັນດາເຫດວາງລະເປີດຢູ່ນະຄອນຕ່າງໆຄື ກຸດ, ສະມາວາ ແລະ ບາຊາ. ແຕ່ຕົ້ນປີມາຮອດປະຈຸບັນ ມີ 3.000 ກ່ວາຄົນເສຍຊີວິດຍ້ອນການໃຊ້ຄວາມຮຸ້ມແຮງຢູ່ອີຣັກ.