ເກີ່ນເທີເປັນກຳລັງໜູນໃນການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ
ເຮັດວຽກ ຢູ່ ນະຄອນເກີ່ນເທີ
(ພາບ: TTXVN)
(vovworld) – ວັນທີ 19/5, ໃນການປະຕິບັດງານ ຢູ່ບັນດາແຂວງ, ນະຄອນ ເຂດທົ່ງພຽງແມ່ນນ້ຳຂອງ, ຄະນະປະຕິບັດງານສູນກາງ ໂດຍ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກ ຢູ່ ນະຄອນເກີ່ນເທີ. ກ່າວຄວາມເຫັນ ທີ່ການເຮັດວຽກ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຮັບຮູ້ ແລະ ຕີລາຄາສູງ ບັນດາຄວາມມານະພະຍາຍາມ, ຜົນງານທີ່ ນະຄອນເກີ່ນເທີ ບັນລຸໄດ້ ໃນໄລຍະຜ່ານມາ. ທ່ານ ຮອງນາຍົກລັດຖະມົນຕີ ຮຽກຮ້ອງ ນະຄອນເກີ່ນເທີ ຄວນໄຈ້ແຍກລະອຽດ ບັນດາສາຍເຫດ ເພື່ອວາງອອກບັນດາມາດຕະການທີ່ເໝາະສົມ ເພື່ອຮັບປະກັນບັນດາຕົວເລກຄາດໝາຍ ກ່ຽວກັບການສົ່ງອອກ-ນຳເຂົ້າ; ຕັ້ງໜ້າຊອກຫາຕະຫຼາດ, ປັບປຸງລະບຽບການບໍລິຫານ, ພາສີ ແນໃສ່ສ້າງຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ ໃນອະນາຄົດ, ເກີ່ນເທີ ຕ້ອງນຳໜ້າ, ເປັນກຳລັງໜູນ ຂອງເຂດທົ່ງພຽງແມ່ນ້ຳຂອງ; ເອົາໃຈໃສ່ເປັນພິເສດ ການສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ; ລະດົມບັນດາແຫຼ່ງກຳລັງ ສຸມໃສ່ລົງທຶນໂຄງປະກອບພື້ນຖານໂຄງລ່າງ.