ເຊີດຊູ 81 ສ່ວນບຸກຄົນໄດ້ຮັບນາມມະຍົດ ນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນໃນປີ 2023
(VOVWORLD) - ການຄັດເລືອກ, ເຊີດຊູນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນນັ້ນ ຍິ່ງມີຄວາມໝາຍກວ່າອີກ ໃນສະພາບການພື້ນຖານເສດຖະກິດພວມຢູ່ໃນທ່າຟື້ນຟູ, ມີນັກທຸລະກິດຫຼາຍຄົນ, ພິເສດແມ່ນນັກທຸລະກິດໜຸ່ມທີ່ເດີນຕາມຄວາມຄາດຫວັງເລີ່ມຕົ້ນທຸລະກິດ.
ພິທີມອບນາມມະຍົດນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນປີ 2023 (ພາບ:TTXVN) |
ຕອນຄ່ຳວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ຈັດພິທີມອບນາມມະຍົດນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນປີ 2023.
ໂດຍໄດ້ຜັນຂະຫຍາຍແຕ່ເດືອນ ເມສາ, ລາຍການຄັດເລືອກ ແລະ ມອບນາມມະຍົດນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນຂອງປີ 2023 ໄດ້ເລືອກເອົາສ່ວນບຸກຄົນໄດ້ 81 ຄົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທຳອິດຂອງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໃນການຜັນຂະຫຍາຍໂຄງການແຫ່ງຊາດເລີ່ມຕົ້ນທຸລະກິດ ໂດຍລັດຖະບານໄດ້ປຸກລະດົມ. ການຄັດເລືອກ, ເຊີດຊູນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນນັ້ນ ຍິ່ງມີຄວາມໝາຍກວ່າອີກ ໃນສະພາບການພື້ນຖານເສດຖະກິດພວມຢູ່ໃນທ່າຟື້ນຟູ, ມີນັກທຸລະກິດຫຼາຍຄົນ, ພິເສດແມ່ນນັກທຸລະກິດໜຸ່ມທີ່ເດີນຕາມຄວາມຄາດຫວັງເລີ່ມຕົ້ນທຸລະກິດ.
ຜ່ານການຜັນຂະຫຍາຍມາເປັນ 7 ຄັ້ງ (2015 – 2023), ໂຄງການດັ່ງກ່າວ ໄດ້ມອບນາມມະຍົດໃຫ້ນັກທຸລະກິດໜຸ່ມ 557 ຄົນ ແລະໄດ້ຮັບຄວາມສົນໃຈ, ຕອບສະໜອງຢ່າງຕັ້ງໜ້າຈາກຊາວໜຸ່ມ ແລະ ວົງການນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດໃນທົ່ວປະເທດ.