ເດືອນ 09/2015 ຈະປະກາດຜົນການ ກວດກາການປະຕິບັດນະໂຍບາຍບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

ເດືອນ 09/2015 ຈະປະກາດຜົນການ ກວດກາການປະຕິບັດນະໂຍບາຍບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1
(ພາບປະກອບ)

(vovworld) – ເດືອນ 09/2015 ຈະ​ປະກາດຜົນ​ການ​ສຳ​ຫຼວດກວດກາ​ຄັ້ງ​ໃຫຍ່​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍບຸລິມະສິດ​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ນີ​ແມ່ນ​ຂໍ້​ມູນ​ທີ່​​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມປະ​ເມີນ​ຜົນ​ການ​ສຳ​ຫຼວດ​ກວດກາຄັ້ງ​ໃຫຍ່​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ໃນ​ໄລຍະປີ 2014 – 2015​ ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ​ໂດຍ​ກະ​ຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫາ​ກໍ່ຈັດ​ຕັ້ງ ຢູ່​ຮ່າ​ໂນ້ຍ . ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ດັ່ງກ່າວ, ທ່ານ ​ເຢືອງມິນ​ໂດ້, ຮອງ​ຫົວໜ້າ​ກົມ​ຜູ້​ມີ​ຄຸນງາມຄວາມດີ, ກະ​ຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ.

        “ພາຍຫຼັງ​ສູນ​ກາງ​ຜັນ​ຂະຫຍາຍ​ລາຍການ​ສຳ​ຫຼວດກວດກາຄັ້ງ​ໃຫຍ່ ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​, 63 ​ແຂວງ, ນະຄອນ​ລ້ວນ​ແຕ່​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ ​ແລະ ຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ໃຫ້​ພະນັກງານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ແຕ່ລະ​ແຂວງ, ນະຄອນ​ລ້ວນ​ແຕ່​ເລືອກ​ຕັ້ງ​​ເມືອງ, ຕາ​ແສງ​ເພື່ອ​ປະຕິບັດທົດ​ລອງ. ປະຈຸ​ບັນ​ໄດ້​ມີ​ບັນດາ​ບົດ​ລາຍງາ​ນໝາກຜົນ​ການ​ສຳ​ຫຼວດກວດກາ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທ​ດ​ແລ້ວ”.

        ​ໂຄງການ​ສຳ​ຫຼວດກວດກາ​ນະ​ໂຍບາຍ​ບຸລິມະສິດ​ເລີ່​ມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ເດືອນ 04/2014. ມາ​ຮອດ​ປະຈຸ​ບັນ, ຢູ່ທ້ອງ​ຖິ່ນຕ່າງໆ​​ໄດ້​ດຳ​ເນີນ​ການ​ສຳ​ຫຼວດກວດກາ​ຜູ້​ມີ​ຄຸນງາມຄວາມດີ​​ໄດ້ກວ່າ 2 ລ້ານ​ຄົນ, ​ໃນ​ນັ້ນ​ມີ​ກວ່າ 1.900 ຄົນ​ໄດ້​ຮັບ​ບຸລິມະສິດ​ຖືກ​ຕ້ອງຕາມ​ລະບອບ.

ຂ່າວ/ບົດ​ອື່ນ