ເພີ່ມທະວີການພົບປະແລກປ່ຽນ,ຮ່ວມມືລະຫວ່າງບັນດາສະມາຊິກສະພາແຫ່ງຊາດຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການພົບປະແລກປ່ຽນ,ຮ່ວມມືລະຫວ່າງບັນດາສະມາຊິກສະພາແຫ່ງຊາດຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ ໂຕ​ຮູຍ​ເຣືອ ແລະ ​ທ່ານ Tsutomo Takebe
ພາບ:TTXVN

(vovworld)- ​ຕອນ​ບ່າຍ​ວັນ​ທີ 22/2 ຢູ່ ຮ່າ​ໂນ້ຍ, ທ່ານ ໂຕ​ຮູຍ​ເຣືອ, ປະ​ທານ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ ໄດ້​ຕ້ອນ​ຮັບ​ທ່ານ Tsutomo Takebe, ຜູ້​ທີ່​ປຶກ​ສາ​ພິ​ເສດ​ພັນ​ທະ​ມິດ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ຍີ່​ປຸ່ນ - ຫວຽດ​ນາມ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ໂຕ​ຮູຍ​ເຣືອ ເນັ້ນ​ຫນັກ​ວ່າ: ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ພັນ​ທະ​ມິດ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ຍີ່​ປຸ່ນ - ຫວຽດ​ນາມ. ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ສະ​ຖຽນ​ລ​ະ​ພາບ, ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

 

 

 

ຂ່າວ/ບົດ​ອື່ນ