(ພາບ:vietbao.vn)
(vovworld)- ກອງປະຊຸມພົບປະກັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22/4 ຢູ່ນະຄອນຕູຍຮ່ວາ ແຂວງຟູອຽນ ໂດຍມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດ 18 ທ່ານຂອງບັນດາປະເທດທີ່ຫາກໍ່ໄດ້ຮັບແຕ່ງຕັ້ງຈາກທ່ານປະທານປະເທດ, ການນຳ 7 ແຂວງເຂດແຄມທະເລທາງທິດໃຕ້ຂອງພາກກາງຫວຽດນາມ ແລະ ເຂດໄຕງວຽນ. ທ່ານໂຕແອງຢູງ, ຫົວໜ້າຫ້ອງວ່າການກະຊວງການຕ່າງປະເທດຫວຽດນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳການາດາ, ຫົວໜ້າຄະນະປະຕິບັດງານ ໃຫ້ຮູ້ວ່າ:
“ຜ່ານກອງປະຊຸມຄັ້ງນີ້, ພວກຂ້າພະເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງບັນດາແຂວງພາກກາງ ແລະ ໄຕງວຽນ. ໃນຖານະເປັນເອກອັກຄະລັດຖະທູດ, ຫົວໜ້າກົງສູນທີ່ຫາກໍ່ໄດ້ຮັບໜ້າທີ່ໃໝ່, ພວກຂ້າພະເຈົ້າຈະພະຍາຍາມໂຄສະນາການທ່ອງທ່ຽວຂອງບັນດາແຂວງພາກກາງ ແລະ ໄຕງວຽນ ອອກສູ່ຕ່າງປະເທດ ກໍ່ຄືພະຍາຍາມສົ່ງເສີມການລົງທຶນ, ກາລະໂອກາດດຳເນີນທຸລະກິດຢູ່ຕ່າງປະເທດ“.