(vovworld) - ໃນວັນທີ 4 ແລະ 5/11/2012 ຢູ່ ນະຄອນຫລວງວຽງຈັນ, ຈະດຳເນີນເວທີປາໄສວິສາຫະກິດ ອາຊີ - ເອີລົບ (AEBF 13 ) ຄັ້ງທີ 13 ພາຍໃຕ້ຫົວຂໍ້ວ່າ: ເບິ່ງແຍງຫນ່ວຍພິພົບ - ເພື່ອເສດຖະກິດ ແລະ ການດຳເນີນທຸລະກິດແບບຍືນຍົງ ຢູ່ ອາຊີ ແລະ ເອີລົບ”. ນອກຈາກວິສາຫະກິດຂອງລາວ, ບັນດາວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມ ເວທີປາໄສວິສາຫະກິດ ອາຊີ - ເອີລົບຄັ້ງທີ 13 ແມ່ນບັນດາວິສາຫະກິດຊັ້ນນຳຂອງໂລກໃນຂົງເຂດພະນັກງານ, ພະລາທິການ, ບໍ່ແຮ່ ແລະ ທະນາຄານ. ເວທີປາໄສວິສາຫະກິດ ອາຊີ - ເອີລົບຄັ້ງທີ 13 ຈະປຶກສາຫາລືບັນດາບັນຫາຄື: ແງ່ຫວັງການຈະເລີນເຕີບໂຕຢູ່ ອາຊີ ແລະ ເອີລົບ, ບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມ ແລະ ຄ້ຳປະກັນດ້ານສະບຽງອາຫານ, ພະລັງງານ ແລະ ການຄຸ້ມຄອງແຫລ່ງຊັບພະຍາກອນທຳມະຊາດແບບຍືນຍົງ, ການພັດທະນາ ແລະ ເຊື່ອມຕໍ່ຕະຫລາດອາຊີ -ເອີລົບ. ເວທີປາໄສວິສາຫະກິດ ອາຊີ - ເອີລົບຄັ້ງທີ 13 ແມ່ນກາລະໂອກາດທີ່ດີເພື່ອໃຫ້ວິສາຫະກິດ ລາວ ແລກປ່ຽນ ແລະ ຊອກຫາການຮ່ວມມື, ຮ່ວມທຸລະກິດກັບຄູ່ຮ່ວມມືຕ່າງປະເທດເພື່ອເປີດກວ້າງການເຄື່ອນໄຫວຜະລິດ ພ້ອມທັງຊ່ວຍໃຫ້ວິສາຫະກິດ ອາຊີ - ເອີລົບຊອກຮູ້ຕະຫລາດລາວ ເພື່ອຊຸກຍູ້ການຮ່ວມມືລົງທຶນ. ເວທີປາໄສວິສາຫະກິດ ອາຊີ - ເອີລົບຄັ້ງທີ 13 ແມ່ນເຫດການດຳເນີນໄປກ່ອນ ກອງປະຊຸມຂັ້ນສູງ ອາຊີ - ເອີລົບຄັ້ງທີ 9 ເຊິ່ງຈະຈັດຂຶ້ນໃນວັນທີ 5 ແລະ 6/11/2012.