(vovworld) – ເວທີປາໄສສາສະໜາອິດສະລາມໂລກຄັ້ງທຳອິດ (Sufi Forum) ຈະໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ New Delhi ຂອງອິນເດຍ ໃນວັນທີ 17/03 ຈະມາເຖິງ. ເວທີປາໄສໂດຍສະຖາບັນ Ulama ແລະ Mashaikh (AIUMB) ຈັດຕັ້ງ, ໄດ້ມີການເຂົ້າຮ່ວມຂອງບັນດານັກຮຽນຮູ້ແຖວໜ້າໃນໂລກກ່ຽວກັບສະສະໜາອິດລະລາມ, ບັນດາສະມາຊິກສະພາມະຫາບັນດິດ, ພາລະກອນສັງຄົມທີ່ມາຈາກ 20 ປະເທດ, ໃນນັ້ນມີປາກິດສະຖານ. ຄາດວ່າ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Narendra Modi ຈະມີບົດກ່າວປາໄສສຳຄັນທີ່ເວທີໄຂ. ທ່ານປະທານຜູ້ກໍ່ຕັ້ງ AIUMB, Syed Muhammad Ashraf ໄດ້ເນັ້ນໜັກເຖິງການແຜ່ລາມຂອງການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງໂດຍບັນດາກຳລັງທຳສົງຄາມສັກສິດຢູ່ຊີຣີ ແລະ ບັນດາເຂດອື່ນໃນໂລກໄດ້ດຳເນີນ, ໄດ້ເຮັດໃຫ້ຮູບພາບຂອງສາສະໜາອິດສະລາມຖືກສູນເສຍ. ສະນັ້ນ, ນີ້ແມ່ນຈຸດເວລາຕ້ອງຄົ້ນຄິດກ່ຽວກັບບັນດາການອະທິບາຍກ່ຽວກັບສາສະໜາອິດສະລາມຢ່າງເຂັ້ມງວດ.