ເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບສິບຄົນ
ໂຄສົກກອງທັບ ຢູແກຼນ ທ່ານ Andriy Lysenko
(ພາບ: UKRAINIAN CRISIS/TTXVN)
(vovworld) - ວັນທີ 11/10, ບັນດາບົດລາຍງານໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ ແລະ 9 ຄົນຮັບບາດເຈັບໃນບັນດາການປະທະກັນຢູ່ພາກຕາເວັນອອກ ຢູແກຼນ. ໂຄສົກກອງທັບ ຢູແກຼນ ທ່ານ Andriy Lysenko ໃຫ້ຮູ້ວ່າ: ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງໃນປະຈຸບັນ ບັນດາຖານທີ່ໝັ້ນຂອງກອງທັບ ຢູແກຼນ ໄດ້ກາຍເປັນເປົ້າໝາຍຖືກບຸກໂຈມຕີລວມທັງໝົດແມ່ນ 57 ເທື່ອໃນ 24 ຊົ່ງວໂມງຜ່ານມາ. ໂຄສົກກອງທັບ ຢູແກຼນ ກໍ່ກ່າວຫາບັນດາມືປືນຂອງກຳລັງຮຽກຮ້ອງຄວາມເປັນເອກະລາດ ນຳໃຊ້ອາວຸດໜັກ ໃນເຄິ່ງໜຶ່ງຂອງຈຳນວນເຫດບຸກໂຈມຕີ. ໃນຂະນະນັ້ນ ສຳນັກຂ່າວສານ DAN ໃຫ້ຮູ້ວ່າ: ແມ່ຍິງ 2 ຄົນຖືກຮັບບາດເຈັບໃນເຫດຍິງປືນໃຫຍ່ຢູ່ບ້ານ Sakhanka, ບໍລິເວນໂດຍກຳລັງຮຽກຮ້ອງໃຫ້ຄວບຄຸມຢູ່ເຂດ Donetsk ຢ່າງເປັນເອກະລາດ.