(VOVWORLD) - ບັນດາເຈົ້າທີ່ຂອງລັດ Para ທາງທິດເໜືອປະເທດນີ້ ໃຫ້ຮູ້ວ່າ ບໍລິສັດເຄື່ອນໄຫວເຮືອບໍ່ມີເອກະສານທີ່ເໝາະສົມ, ພ້ອມທັງໃຫ້ຮູ້ວ່າເຮືອລຳດັ່ງກ່າວມີທັງໝົດ 70 ຄົນ ແລະ ໃນນັ້ນ ມີ 30 ຄົນໄດ້ຮັບການກູ້ເອົາຊີວິດຢ່າງປອດໄພ.
ວັນທີ 8 ກັນຍາ, ເຮືອລຳໜຶ່ງຂົນສົ່ງແຂກທ່ອງທ່ຽວຖືກຈົມນ້ຳຢູ່ທະເລ ແຄມຝັ່ງ Belem ຢູ່ທາງທິດເໜືອຂອງ ບຣາຊິນ, ເຮັດໃຫ້ 14 ຄົນເສຍຊີວິດ ແລະ 26 ຄົນຫາຍສາບສູນ. ບັນດາເຈົ້າໜ້າທີ່ຂອງລັດ Para ທາງທິດເໜືອປະເທດນີ້ ໃຫ້ຮູ້ວ່າ ບໍລິສັດເຄື່ອນໄຫວເຮືອບໍ່ມີເອກະສານທີ່ເໝາະສົມ, ພ້ອມທັງໃຫ້ຮູ້ວ່າເຮືອລຳດັ່ງກ່າວມີທັງໝົດ 70 ຄົນ ແລະ ໃນນັ້ນ ມີ 30 ຄົນໄດ້ຮັບການກູ້ເອົາຊີວິດຢ່າງປອດໄພ.