(vovworld) – ງານບຸນຖືກຈັດຕັ້ງເປັນຄັ້ງທຳອິດຢູ່ແຂວງ ດ້ຽນບຽນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ 3 ປະເທດປະມານ 1.500 ຄົນ.
ໃນຂອບເຂດງານບຸນ, ມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສີລະປະພ້ອມກັບກິລາປະເພດຕ່າງໆ ແລະ ບັນດາການລະຫຼີ້ນບັນເທິງອີກ.
ນະຄອນ ດ້ຽນບຽນຝູ ໄດ້ເລີ່ມປະຕິບັດວຽກງານກະກຽມໃຫ້ແກ່ງານບຸນແກ່ວງໝາກຄອນ ຫວຽດນາມ - ລາວ - ຈີນ ແຕ່ເດືອນ 3/2013, ຄາດວ່າຈະສຳເລັດວຽກງານກະກຽມຊ້າທີ່ສຸດໃນວັນທີ 23/10.
ນີ້ແມ່ນຄັ້ງທີ 3 ທີ່ທ້ອງຖີ່ນຕ່າງໆຂອງ 3 ປະເທດສົມທົບກັບຈັດຕັ້ງງານບຸນແກ່ວງໝາກຄອນ. 2 ຄັ້ງກ່ອນ, ງານບຸນໄດ້ດຳເນີນຢູ່ເມືອງ ຢາງແທ່ງ, ແຂວງ ຢວຽນໜານ ປະເທດຈີນ.