ອຸປະຕິເຫດລົດໄຟຢູ່ແອດສະປາຍ
ພາບ:internet
|
(vovworld)-ຫນັງສືພິມ El Pais ຂອງແອດສະປາຍລົງພິມໃນວັນທີ 26/7 ປະກາດການສືບສວນຂອງຕຳຫລວດ ແອດສະປາຍໃຫ້ຮູ້ວ່າ: ສາຍເຫດອຸປະຕິເຫດລົດໄຟຕົກລາງໃນຕອນຄຳ່ວັນທີ 24/7 ຢູ່ ຊານນະຄອນ Santiago de Compostela ຍ້ອນລົດໄຟແລ່ນໄວກວ່າທົບສອງເທົ່າເມື່ອທຽບໃສ່ກຳນົດຄວາມໄວແມ່ນ 80 ກິໂລແມດ/ຊົ່ວໂມງ. ຜູ້ຂັບລົດໄຟ Fracisco Jose Garzon Amo ເວລານັ້ນຍັງບັນຊາລົດໄຟແລ່ນຢູ່ລະດັບຄວາມໄວ 190 ກິໂລແມັດ/ຊົ່ວໂມງ. ພາຍຫລັງເກີດອຸປະຕິເຫດ ຜູ້ຂັບລົດໄຟ Amo ໄດ້ຍອມຮັບສິ່ງດັ່ງກ່າວ. ແລະໃນວັນດຽວກັນ, ຕຳຫລວດ ແອດສະປາຍ ໄດ້ຈັບຕົວຜູ້ຂັບລົດໄຟຄົນນີ້ ຍ້ອນໄດ້ກໍ່ໃຫ້ເກີດອຸປະຕິເຫດຢ່າງຮ້າຍແຮງເຮັດໃຫ້ຫລາຍຄົນຖືກເສຍຊີວິດ ແລະ ບາດເຈັບ.