ໄຂງານບຸນ “ຊາວໜຸ່ມກັບວິທະຍາສາດ-ເຕັກໂນໂລຢີ”
ວັນບຸນ “ຊາວໜຸ່ມກັບວິທະຍາສາດ-ເຕັກໂນໂລຢີ” |
(vovworld)- ຕອນເຊົ້າວັນທີ 16/1, ຢູ່ນະຄອນໂຮ່ຈິມິນ ໄດ້ໄຂງານບຸນ “ຊາວໜຸ່ມກັບວິທະຍາສາດ-ເຕັກໂນໂລຢີ” ການເຄຶ່ອນໄຫວດັ່ງກ່າວໂດຍຫໍວັດທະນະທຳຊາວໜຸ່ມຈັດຂຶ້ນ ຊຶ່ໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາ ແລະ ບັນດາສະໂມສອນວິທະຍາສາດ-ເຕັກໂນໂລຢີ. ວັນບຸນໄດ້ຖືກດຳເນີນດ້ວຍການເຄື່ອນໄຫວທີ່ອຸດົມສົມບູນເຊັ່ນ, ງານວາງສະແດງຜະລິດຕະພັນໃຊ້ເຕັກໂນໂລຢີສູງ, ກອງປະຊຸມສຳມະນາຫົວເລື່ອງທີ່ກ່ຽວຂ້ອງເຖິງວິທະຍາສາດ-ເຕັກໂນໂລຢີ… ນັກສຶກສາ ຫງວຽນເລດຶກຮີ ສັງກັດມະຫາວິທະຍາໄລວິທະຍາສາດທຳມະຊາດ ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ ມື້ນີ້ພວກນ້ອງໄດ້ນຳບັນດາຜະລິດຕະພັນທີ່ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານມາຍັງວັນບຸນ. ຈຸດປະສົງຂອງພວກນ້ອງແມ່ນເພື່ອນໃຫ້ທຸກຄົນຮູ້ຈັກເຖິງສະໂມສອນຂອງພວກນ້ອງ ແລະ ອາດສາມາດຂະຫຍາຍຕົວແຂງແຮງແຮງກວ່າໃນອະນາຄົດ. ນອກຈາກນັ້ນ ກໍເປັນການຊ່ວຍໃຫ້ຫມູ່ເພື່ອນເຫັນໄດ້ເຖິງຄວາມມະຫັດສະຈັນຂອງວິທະຍາສາດ-ເຕັກໂນໂລຢີ ”