(vovworld) - ວັນທີ 23/5, ໄທ ໄດ້ສະເໜີດຳເນີນກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໃນເດືອນ 8 ເພື່ອປັບປຸງຫຼັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ. ທ່ານເລຂາຜູ້ປະຈຳການກະຊວງການຕ່າງປະເທດ ໄທ ສີຫະສັກ ພວງເກດແກ້ວ ໄດ້ຍົກອອກຂໍ້ສະເໜີດັ່ງກ່າວໃນໄລຍະເວລາບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ປະຊຸມຢູ່ ບຣູໄນ. ທ່ານ ສີຫະສັກ ພວງເກດແກ້ວ ໃຫ້ຮູ້ວ່າ, ບັນດາຄູ່ຕຳແໜ່ງກັບທ່ານພວມທາບທາມຄວາມເຫັນກັບບັນດາລັດຖະມົນຕີການຕ່າງປະເທດຂອງຕົນກ່ອນທີ່ກຳນົດເວລາຈັດກອງປະຊຸມຢ່າງລະອຽດ. ກຸ່ມປະຕິບັດງານ ອາຊຽນ - ຈີນ ກ່ຽວກັບຖະແຫຼງການກ່ຽວກັບການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຄາດວ່າຈະຈັດກອງປະຊຸມໃນວັນທີ 29/5 ຢູ່ໄທ. ລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ມີແຜນການພົບປະກັບຄູ່ຕຳແໜ່ງ ຈີນ ຢູ່ ປັກກິງ ໃນເດືອນ 9 ເພື່ອປຶກສາຫາລືກ່ຽວກັບບັນຫາພິພາດກັນບົນທະເລ, ລວມມີແບບວິທີເພື່ອບັນລຸປະມວນຫຼັກການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ເທລະຕາເວັນອອກ (COC). ປະຈຸບັນ, ໄທ ພວມຮັກສາຕຳແໜ່ງເປັນຜູ້ປະສານການພົວພັນ ອາຊຽນ - ຈີນ.