CPI ໃນເດືອນ 8 ເພີ່ມຂຶ້ນສູງຍ້ອນດັດປັບລາຄາສິນຄ້າ
|
(Vovworld)- ວັນທີ 24/8, ກົມໃຫຍ່ສະຖີຕິໄດ້ປະກາດດັດຊະນີລາຄາໃຊ້ສອຍ CPI ຂອງທົ່ວປະເທດ. ຕາມນັ້ນແລ້ວ, CPI ໃນເດືອນ 8 ເພີ່ມ 0,83% ເມື່ອທຽບໃສ່ເດືອນກ່ອນ. ນີ້ແມ່ນລະດັບເພີ່ມສູງສຸດນັບແຕ່ພາຍຫຼັງບຸນປີໃໝ່ປະຈຳຊາດຫວຽດນາມ. ຕາມ ກົມໃຫຍ່ສະຖີຕິແລ້ວ, ໃນ 11 ໝວດສິນຄ້າໂດຍຄິດໄລ CPI ນັ້ນ, ແມ່ນມີເຖິງ 10 ໝວດໄດ້ເພີ່ມລາຄາໃນເດືອນນີ້. ສູງສຸດແມ່ນຢຸກຢາ ແລະ ການບໍລິການ ( ເພີ່ມຂຶ້ນ 4,11%) ຍ້ອນບັນດາທ້ອງຖິ່ນດັດປັບຄ່າໂຮງໝໍນັບແຕ່ເດືອນ 7 ທີ່ຜ່ານມາ. ລາຄາສະບຽງອາຫານກໍໄດ້ເພີ່ມຂຶ້ນຍ້ອນຜົນສະທ້ອນຈາກພາຍຸນ້ຳຖ້ວມ.....ເປັນອັນວ່າ ນັບແຕ່ຕົ້ນປີມາຮອດປະຈຸບັນ, CPI ໄດ້ເພີ່ມຂຶ້ນ 3,53%, ຍັງຕ່ຳຢູ່ເມື່ອທຽບໃສ່ຈຸດໝາຍ 7% ທີ່ລັດຖະບານໄດ້ວາງອອກ. ທ່ານ ໂງຈີ້ລອງ ຜູ້ຊ່ຽວຊານດ້ານເສດຖະກິດຖືວ່າ :
“ ແຕ່ນີ້ຮອດທ້າຍປີແມ່ນຍັງເຫຼືອ 4 ເດືອນອີກ, ຂ້າພະເຈົ້າຖືວ່າຜົນກະທົບຍັງໃຫຍ່ຫຼວງຢູ່, ດັ່ງນັ້ນ ກໍລະນີລາຄາແມ່ນຢູ່ໃນຂອບເຂດຄວບຄຸມຂອງລັດແມ່ນອາດສາມາດປະຕິບັດໄດ້. ສິ່ງທີ່ເປັນຫ່ວງກັງວົນທີ່ສຸດໃນເວລານີ້ ແມ່ນເສດຖະກິດເຕີບໂຕຊ້າ, ການຜະລິດຍັງອຶດອາດຊັກຊ້າ. ລັດຖະບານພວມຊອກຫາທຸກວິທີທາງເພື່ອກະຕຸ້ນການລົງທຶນ ແລະ ໃຊ້ສອຍ, ຫຼຸດປະລິມານສິນຄ້າຄ້າງສາງ ”