EUຄັດຄ້ານເລື່ອງລັດເຊຍປະກາດບັນຊີລາຍຊື່ດຳພົນລະເມືອງເອີລົບຖືກຫ້າມເຂົ້າເມືອງລັດເຊຍ
(ພາບປະກອບ)
(vovworld) - ວັນທີ 30/05, ສະຫະພາບເອີລົບ (EU) ໄດ້ອອກສຽງຄັດຄ້ານລັດເຊຍ ທີ່ຍົກອອກບັນຊີລາຍຊື່ດຳລວມມີພົນລະເມືອງຂອງ EU 89 ຄົນຖືກຫ້າມເຂົ້າເມືອງລັດເຊຍ. EU ຖືການກະທຳນີ້ຂອງລັດເຊຍ ແມ່ນ “ກຳນົດພຽງລຳພັງຝ່າຍດຽວ ແລະ ໄຮ້ເຫດຜົນ”. ໃນຖະແຫຼງການສະບັບໜຶ່ງ, ອົງການການທູດຂອງ EU ຊີ້ແຈ້ງວ່າ, ນອກຈາກເລື່ອງປະກາດບັນຊີລາຍຊື່ມີລັກສະນະສ່ວນຕົວດັ່ງກ່າວ, ມົດສກູ ບໍ່ຍົກອອກ “ບໍ່ວ່າຂໍ້ມູນໃດໆກ່ຽວກັບພື້ນຖານນິຕິກຳ, ມາດຖານ ແລະ ວິວັດທະນາການຍົກອອກຂໍ້ຕົກລົງດັ່ງກ່າວ”. ແລະກໍ່ໃນວັນດຽວກັນ, ທ່ານປະທານລັດຖະສະພາເອີລົບ Martin Schulz ຮຽກຮ້ອງໃຫ້ລັດເຊຍ ຕ້ອງຮັບປະກັນລັກສະນະກະຈ່າງແຈ້ງຂອງຂໍ້ຕົກລົງດັ່ງກ່າວ. ບາງປະເທດມີພົນລະເມືອງນອນໃນບັນຊີລາຍຊື່ດຳຄື ອັງກິດ ແລະ ເຢຍລະມັນ ກໍ່ຕຳນິຕິຕຽນບັນຊີລາຍຊື່ດັ່ງກ່າວຂອງລັດເຊຍ ແລະ ສະແດງຄວາມຫວັງວ່າ ມົດສກູ ຈະອະທິບາຍກ່ຽວກັບບັນຊີກັງກ່າວຕື່ມອີກ.